Homeຂ່າວຕ່າງປະເທດເກີດເຫດຫິມະຖະຫຼົ່ມຢູ່ເນປານ ມີຜູ້ເສຍຊີວິດ 2 ຄົນ

ເກີດເຫດຫິມະຖະຫຼົ່ມຢູ່ເນປານ ມີຜູ້ເສຍຊີວິດ 2 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 27 ກັນຍາ ຜ່ານມາ, ຕຳຫຼວດເນປານລາຍງານວ່າ, ເກີດເຫດຫິມະຖະຫຼົ່ມຢູ່ພູຮິມລຸງທາງພາກເໜືອຂອງເນປານ ແລະ ໄດ້ພົບຜູ້ເສຍຊີວິດ 2 ຄົນ.

ອີງຕາມຂໍ້ມູນຈາກບໍລິສັດປີນພູ ແລະ ຜະຈົນໄພໃນທ້ອງຖິ່ນໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 27 ກັນຍາ ຜ່ານມາ, ເຫດຫິມະຖະຫຼົ່ມດັ່ງກ່າວໄດ້ເກີດຂຶ້ນຢູ່ເທິງພູຮິມລຸງທີ່ຕັ້ງຢູ່ໃນເມືອງໂມອີເນນທາງພາກເໜືອຂອງເນປານ, ເຮັດໃຫ້ມີຜູ້ຫາຍສາບສູນຢ່າງໜ້ອຍ 6 ຄົນ ຊຶ່ງລວມທັງຜູ້ນຳທ່ຽວ ແລະ ພະນັກງານພະລາທິການຂອງເນປານ.

ຕາມຂ່າວແຈ້ງວ່າ: ຫິມະໄດ້ຖະຫຼົ່ມລົງມາໃສ່ທີ່ພັກຢູ່ເທິງພູແຫ່ງນີ້ ຊຶ່ງເປັນພູທີ່ມີຄວາມສູງກວ່າໜ້ານ້ຳທະເລ 7,126 ແມັດ ແລະ ຖົມເຕັ້ນຈຳນວນຫຼາຍ, ໃນຂະນະເກີດເຫດ ມີທີມນຳທ່ຽວ ແລະ ພະນັກງານພະລາທິການທີມໜຶ່ງກຳລັງດຳເນີນການສຳຫຼວດ ແລະ ກະກຽມຄວາມພ້ອມຢູ່ທີ່ພັກດັ່ງກ່າວສຳລັບລະດູການປີນພູທີ່ຈະມາເຖິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments