Homeຂ່າວການເມືອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ວັນທີ 28 ກັນຍາ 2026 ນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.

ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ກົນໄກການຮ່ວມມື ລະຫວ່າງ ຄະນະພັວພັນຕ່າງປະເທດສູນກາງ ພັກປະຊາຊົນປະຕິວັດລາວ ກັບຄະນະພັກ ກະ ຊວງການຕ່າງປະເທດຫວຽດນາມ ທີ່ຮ່ວມກັນເປັນເສນາທິການ ແລະ ເປັນເຈົ້າການໃນກະກຽມໃຫ້ແກ່ ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສອງປະເທດ ໃນໄລຍະຜ່ານມາ, ພ້ອມທັງສະເໜີໃຫ້ສອງຝ່າຍ ສືບຕໍ່ປະສານສົມທົບ ໃນການເປັນເສນາທິການໃຫ້ສອງສູນກາງພັກ ລາວ-ຫວຽດນາມ ໃນການຈັດຕັ້ງຜັນຂະຫຍາຍບົດບັນທຶກຂໍ້ຕົກລົງການນຳຂັ້ນສູງຂອງສອງພັກ, ບັນດາສັນຍາ, ຖະແຫລງ ການຮ່ວມ, ຂໍ້ຕົກລົງລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ກໍຄື ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງ ສອງພັກ, ສອງລັດ ໃນຕໍ່ໜ້າ ຊຶ່ງທັງໝົດລ້ວນແຕ່ເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງ ຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ໂອກາດດັ່ງກ່າວ, ສະຫາຍ ຫງວຽນ ແມັງ ເກືອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບ ຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແລະ ນຳເອົາບັນດາເນື້ອໃນຈິດໃຈຂອງການນໍາຂັ້ນສູງ ພັກ, ລັດ ສສ ຫວຽດນາມ ກໍຄື ເນື້ອໃນຂອງກະກຽມໃຫ້ແກ່ ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງຂອງສອງພັກ, ສອງລັດ ໃນຕໍ່ໜ້າ, ພິເສດແມ່ນສອງຝ່າຍ ຈະໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການສະເຫລີມສະຫລອງປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ ກໍຄື ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 50 ປີ ໃນປີ 2027.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments