Homeຂ່າວໜ້າໜຶ່ງລາວ-ຫວຽດນາມ ຮ່ວມມືດ້ານການຄຸ້ມຄອງແຮງງານເພື່ອການພັດທະນາຢ່າງຍືນຍົງ

ລາວ-ຫວຽດນາມ ຮ່ວມມືດ້ານການຄຸ້ມຄອງແຮງງານເພື່ອການພັດທະນາຢ່າງຍືນຍົງ

ກອງປະຊຸມແລກປ່ຽນວິຊາການ ດ້ານການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ຄວາມປອດໄພ ແລະ ສຸຂະພາບແຮງງານ ຈັດຂຶ້ນໃນລະຫວ່າງວັນທີ 23-25 ກັນຍາ 2026 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ຄະນະຜູ້ແທນຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຫ່ງ ສປປ ລາວ ນຳໂດຍ ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ພ້ອມດ້ວຍຄະນະເຂົ້າຮ່ວມ.

ທ່ານ ກາວ ຮຸຍ ຮອງລັດຖະມົນຕີ ກະຊວງພາຍໃນ ສສ ຫວຽດນາມ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສໍາຄັນເພື່ອຜັນຂະຫຍາຍ ແລະ ເຮັດໃຫ້ເນື້ອໃນທີ່ໄດ້ຕົກລົງກັນ ໃນກອງປະຊຸມລັດຖະມົນຕີແຮງງານ ຫວຽດນາມ-ລາວ ຄັ້ງທີ 9 (ເດືອນພະຈິກ 2025) ປະກົດຜົນເປັນຮູບປະທໍາ ໂດຍສະເພາະ ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືໃນຂົງເຂດແຮງງານ ແລະ ບຸກຄົນທີ່ມີຄຸນງາມຄວາມດີ ລະຫວ່າງສອງກະຊວງໃຫ້ມີປະສິດທິຜົນສູງສຸດ. ພ້ອມນີ້, ທ່ານ ກາວ ຮຸຍ ຍັງໄດ້ຢືນຢັນວ່າ: ກະຊວງພາຍໃນຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນປະ ສົບການໃນການພັດທະນາສະຖາບັນ, ນະໂຍບາຍ, ປະສົບການການປະຕິຮູບຂັ້ນຕອນບໍລິຫານ, ຂະ ບວນການຫັນເປັນດີຈິຕອນ ແລະ ການຟື້ນຟູສຸຂະພາບສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຜ່ານການແລກປ່ຽນຄັ້ງນີ້, ຈະຊ່ວຍກຳນົດກິດຈະກຳບຸລິມະສິດທີ່ສຳຄັນໃນຕໍ່ໜ້າ, ຮັບປະກັນໃຫ້ການຮ່ວມມືມີຄວາມເລິກເຊິ່ງ, ມີເນື້ອໃນຄົບຖ້ວນ, ຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ແລະ ສອດຄ່ອງກັບສາຍພົວພັນມິດຕະພາບ ອັນເຂັ້ມແຂງຂອງສອງປະເທດ.

ໃນວາລະດຳເນີນກອງປະຊຸມ, ຄະນະວິຊາການຂອງທັງສອງຝ່າຍ ໄດ້ປະກອບຄໍາເຫັນແລກ ປ່ຽນຢ່າງກົງໄປກົງມາ ແລະ ເປັນປະໂຫຍດ ໂດຍສຸມໃສ່ 4 ບັນຫາຫລັກທີ່ສໍາຄັນຄື: ທົບທວນການຄຸ້ມຄອງແຮງງານຕ່າງປະເທດ, ສະພາບການຈັດຕັ້ງປະຕິບັດ ແລະ ການບັງຄັບໃຊ້ສົນທິສັນຍາສາກົນທີ່ກ່ຽວຂ້ອງຂອງທັງສອງປະເທດ; ກົນໄກສະເພາະ ໃນການແລກປ່ຽນຂໍ້ມູນ ແລະ ຕົກລົງເຫັນດີກ່ຽວກັບກົນໄກສະເພາະ ສໍາລັບໂຄງການສຳຄັນໃນລາວທີ່ນຳໃຊ້ແຮງງານຫວຽດນາມ; ການແບ່ງປັນປະສົບການຕົວຈິງ: ແລກປ່ຽນການປະຕິຮູບຂັ້ນຕອນການບໍລິຫານໃນການອອກໃບອະນຸຍາດ ແລະ ການຄຸ້ມຄອງແຮງງານຕ່າງປະເທດ, ພ້ອມທັງກົນໄກສົ່ງເສີມຕະຫລາດແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ອື່ນໆ; ການຫັນເປັນດິຈິຕອນ ຊຶ່ງນະໂຍບາຍການພັດທະນາຕະຫລາດແຮງງານ ໃນການເພີ່ມທະວີແກ້ໄຂສຳລັບການປ່ຽນຂໍ້ມູນແຮງງານເປັນດີຈິຕອນ ແລະ ການເຊື່ອມໂຍງຂໍ້ມູນ ເພື່ອສ້າງ ແລະ ດຳເນີນງານລະບົບຂໍ້ມູນຂ່າວສານ ຕະຫລາດແຮງງານທີ່ທັນສະໄໝກັບຂະແໜງການອື່ນນຳອີກ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments