ໃນວັນທີ 29 ກັນຍາ 2026 ນີ້, ຄະນະຜູ້ແທນ ແຫ່ງ ສປປ ລາວ ນຳໂດຍ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ເຂົ້າຮ່ວມກອງປະ ຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 ຢູ່ນະຄອນຫລວງມະນີລາ, ປະເທດຟີລິບປິນ ຊຶ່ງເປັນເວທີສຳຄັນໃນການປຶກສາຫາລືທາງດ້ານຍຸດທະສາດ ເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ ສາ ມາດຕອບສະໜອງ ແລະ ຮັບມືກັບສິ່ງທ້າທາຍ ກໍຄື ກາລະໂອກາດໃໝ່ໆ ທີ່ສົ່ງຜົນກະທົບຕໍ່ຂະແໜງ ການທ່ອງທ່ຽວຂອງພາກພື້ນໄດ້ຢ່າງທັນການ.
ໃນກອງປະຊຸມ, ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ໄດ້ຮັບຮູ້ເຖິງຄວາມສຳຄັນຂອງຂະແໜງການທ່ອງທ່ຽວ ໃນຖານະເປັນກຳລັງຂັບເຄື່ອນ ທີ່ສຳຄັນຕໍ່ການເຕີບໂຕທາງເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນໃນພາກພື້ນ. ພ້ອມນີ້, ກອງປະຊຸມ ຍັງໄດ້ສະແດງຄວາມເປັນຫ່ວງຕໍ່ກັບຜົນກະທົບຈາກປັດໄຈພາຍນອກ ເຊັ່ນ: ຄວາມເຄັ່ງຕຶງໃນຕາເວັນອອກກາງ ແລະ ຄວາມຜັນຜວນຂອງຕະຫລາດພະລັງງານໂລກ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຄ່າຂົນສົ່ງ, ລາຄານ້ຳມັນເຊື້ອໄຟການບິນ ແລະ ຄວາມສາມາດໃນການແຂ່ງຂັນຂອງຈຸດໝາຍ ປາຍທາງການທ່ອງທ່ຽວ. ເພື່ອແກ້ໄຂບັນຫານີ້, ກອງປະຊຸມໄດ້ຕົກລົງທີ່ຈະເພີ່ມທະວີການຮ່ວມມືເພື່ອຊຸກຍູ້ການ ເດີນທາງພາຍໃນພາກພື້ນອາຊຽນໃຫ້ຫລາຍຂຶ້ນ ແລະ ສຸມໃສ່ການລົງທຶນດ້ານການຕະຫລາດໄປສູ່ຈຸດໝາຍປາຍທາງ ການທ່ອງທ່ຽວເມືອງຮອງ ເພື່ອຫລຸດຜ່ອນຜົນກະທົບຈາກການຫລຸດລົງຂອງນັກທ່ອງທ່ຽວໄລຍະໄກ.
ກອງປະຊຸມ ຍັງໄດ້ເຫັນດີໃຫ້ມີການທົບທວນ ແລະ ປັບປຸງຂໍ້ຕົກລົງການທ່ອງທ່ຽວອາຊຽນ ທີ່ເຄີຍຮັບຮອງມາແຕ່ປີ 2002 ໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່, ລວມທັງຄວາມກ້າວໜ້າດ້ານດີຈິຕອນ, ຄວາມຍືນຍົງ, ການເຊື່ອມໂຍງ ແລະ ຄວາມຕ້ອງການໃໝ່ໆຂອງນັກທ່ອງທ່ຽວ ໂດຍໄດ້ມອບໝາຍໃຫ້ອົງການທ່ອງທ່ຽວແຫ່ງຊາດອາຊຽນ (NTOs) ສືບຕໍ່ຈັດຕັ້ງປະຕິບັດວຽກງານນີ້. ພ້ອມນີ້ ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການສ້າງເອກະສານການ ລົງທຶນດ້ານການທ່ອງທ່ຽວແບບຍືນຍົງ ແລະ ທົນທານຂອງອາຊຽນ ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເພື່ອສ້າງເອກະສານດັ່ງກ່າວນີ້ ເປັນເຄື່ອງມືດຶງດູດການລົງທຶນດ້ານການທ່ອງທ່ຽວອາຊຽນ.
ກອງປະຊຸມ ໄດ້ຊົມເຊີຍ ແລະ ສະໜັບສະໜູນຂໍ້ລິເລີ່ມຂອງປະເທດຟີລິບປິນ ໃນການສ້າງລະບົບຖານຂໍ້ມູນ ແລະ ການວິເຄາະການທ່ອງທ່ຽວລະດັບພາກພື້ນ. ໂຄງການນີ້ຈະຊ່ວຍສ້າງກະດານສະແດງຂໍ້ມູນ Dashboard ເພື່ອຕິດຕາມຕົວຊີ້ວັດການທ່ອງທ່ຽວ, ພ້ອມທັງສ້າງບົດລາຍງານການວິເຄາະທີ່ຊ່ວຍໃຫ້ການວາງນະໂຍບາຍຕ່າງໆອີງໃສ່ຂໍ້ມູນຕົວຈິງ ແລະ ມີຄວາມຊັດເຈນຫລາຍຂຶ້ນ.
ຄຽງຄູ່ກັບກອງປະຊຸມວົງແຄບດັ່ງກ່າວ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມສໍາມະນາການລົງທຶນດ້ານການທ່ອງທ່ຽວອາຊຽນ ຊຶ່ງຈັດໂດຍປະເທດເຈົ້າພາບ ຮ່ວມກັບ ADB ເພື່ອເປັນເວທີຈັບຄູ່ການລົງທຶນ ແລະ ນຳສະເໜີໂຄງການທ່ອງທ່ຽວທີ່ມີຄວາມພ້ອມ ສຳລັບການລົງທຶນໃຫ້ແກ່ພາກສ່ວນຕ່າງໆ.
ໃນໂອກາດນີ້, ທ່ານ ສົມໄຊ ສີປະເສີດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງວັດ ທະນະທຳ ແລະ ການທ່ອງທ່ຽວ ໄດ້ຂຶ້ນນຳສະເໜີທ່າແຮງ ແລະ ໂຄງການພັດທະນາສະຖານທີ່ທ່ອງທ່ຽວຂອງ ສປປ ລາວ ໃຫ້ນັກລົງທຶນ, ອົງການຈັດຕັ້ງສາກົນໄດ້ຮັບຊາບ, ຊຶ່ງໄດ້ນໍາສະເໜີ 2 ຈຸດໝາຍປາຍທາງການທ່ອງທ່ຽວ ທີ່ມີທ່າແຮງໃນການຊຸກຍູ້ສົ່ງເສີມການລົງທຶນຂອງພາກລັດ, ທຸລະກິດ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນທ້ອງຖິ່ນ ເຊັ່ນ: ເມືອງເຟືອງ ແຂວງວຽງຈັນ ແລະ ເມືອງປະທູມພອນ ແຂວງຈໍາປາສັກ.
ໃນຕອນທ້າຍຂອງກອງປະຊຸມ, ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ໄດ້ຮ່ວມກັນຮັບຮອງເອົາຖະແຫລງການຮ່ວມ ໂດຍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນໃນການຈັດຕັ້ງປະຕິບັດແຜນຍຸດທະສາດການທ່ອງ ທ່ຽວອາຊຽນ 2026-2030 ໃຫ້ເກີດຜົນເປັນຮູບປະທຳ.

