Homeຂ່າວພາຍໃນເຜີຍແຜ່ແຜນງານຮອບວຽນທີ 9 ກອງທຶນສິ່ງແວດລ້ອມໂລກ ປະຈຳພາກພື້ນອາຊີ

ເຜີຍແຜ່ແຜນງານຮອບວຽນທີ 9 ກອງທຶນສິ່ງແວດລ້ອມໂລກ ປະຈຳພາກພື້ນອາຊີ

ໃນວັນທີ 29 ກັນຍາ 2026, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມເຜີຍແຜ່ແຜນງານ ຮອບວຽນທີ 9 ຂອງກອງທຶນສິ່ງແວດລ້ອມໂລກ ປະຈຳພາກພື້ນອາຊີ (Asia GEF-9 Planning Workshop) ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຫົວໜ້າພະແນກຝ່າຍພັດທະນາໂຄງການ, ຜູ້ຈັດການຝ່າຍງານປະຕິບັດງານ ແລະ ນະໂຍບາຍ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ຜູ້ຕາງໜ້າຈາກາກາກອນສັງຄົມ ເຂົ້າຮ່ວມ.

ທ່ານ ໄຊນະຄອນ ອິນທະວົງ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງ ແຜນງານຮອບວຽນທີ 9 ຂອງກອງທຶນສິ່ງແວດລ້ອມໂລກ ປະຈຳພາກພື້ນອາຊີ ຊຶ່ງຫລັງຈາກທີ່ບັນດາປະເທດຜູ້ໃຫ້ທຶນ ໄດ້ໃຫ້ສັນຍາລະດົມທຶນຈຳນວນ 3,9 ຕື້ໂດລາສະຫະລັດ ສໍາລັບຮອບວຽນທີ 9 ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຕໍ່ການຮ່ວມມືຫລາຍຝ່າຍເພື່ອສິ່ງແວດລ້ອມໂລກ. ພ້ອມກັນນີ້, ຍັງໄດ້ມີການກຳນົດທິດທາງ ແລະ ບຸລິມະສິດຂອງ ສປປ ລາວ ພາຍໃຕ້ແຜນງານຮອບວຽນທີ 9 ຂອງກອງທຶນສິ່ງແວດລ້ອມໂລກ ປະຈຳພາກພື້ນອາຊີ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ແຜນງານປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ (NAP) ແລະ ແຜນຍຸດທະສາດຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ ໂດຍສຸມໃສ່ຂົງເຂດປ່າໄມ້ທີ່ເປັນມິດກັບທຳມະຊາດ, ການກະສິກຳທົນທານຕໍ່ດິນຟ້າອາກາດ, ຄວາມໝັ້ນຄົງດ້ານນໍ້າ, ພະລັງງານ ແລະ ອາຫານໃນລຸ່ມແມ່ນໍ້າຂອງ ຕະຫລອດຈົນເຖິງການຄຸ້ມຄອງສິ່ງເສດເຫລືອອັນຕະລາຍຢ່າງຖືກຕ້ອງ ຕາມຫລັກສິ່ງແວດລ້ອມ.

ກອງປະຊຸມໃນຄັ້ງນີ້, ຈະເປັນເວທີສຳຄັນໃນການປຶກສາຫາລື ກ່ຽວກັບທິດທາງນະໂຍບາຍ, ແຜນງານລວມ, ການເງິນແບບປະສົມປະສານ (Blended Finance) ແລະ ການວາງແຜນງານກຸ່ມປະເທດ ເພື່ອແລກປ່ຽນບົດຮຽນ ແລະ ສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດຕົວຈິງໃຫ້ບັນລຸຜົນສຳເລັດຢ່າງເປັນຮູບປະທຳ.

ຂ່າວ-ພາບ: ອະພິເດດ ແສງດາລາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments