Homeຂ່າວຕ່າງປະເທດໜີ້ສິນໂລກ ໄດ້ເຂົ້າສູ່ລະດັບສູງສຸດກວ່າ 365 ພັນຕື້ໂດລາ

ໜີ້ສິນໂລກ ໄດ້ເຂົ້າສູ່ລະດັບສູງສຸດກວ່າ 365 ພັນຕື້ໂດລາ

ສຳນັກຂ່າວຣອຍເຕີສ (Reuters) ລາຍງານຈາກນະຄອນຫລວງວໍຊິງຕັນ ສ.ອາເມລິກາ, ໃນວັນທີ 27 ກັນຍາ, ການລາຍງານຕິດຕາມພາວະໜີ້ສິນໂລກ ຂອງໄອໄອເອຟ ລະບຸວ່າ: ໜີ້ສິນທົ່ວໂລກ ໄດ້ເຂົ້າສູ່ລະດັບສູງສຸດເປັນປະຫວັດສາດທີ່ຫລາຍກວ່າ 365 ພັນຕື້ໂດລາສະຫະລັດ ໃນໄລຍະ 6 ເດືອນຕົ້ນປີນີ້ ໂດຍມີຈີນ ແລະ ສ.ອາເມລິກາ ເປັນຜູ້ກໍ່ໜີ້ລາຍໃຫຍ່ທີ່ເຮັດໃຫ້ຕົວເລກ ດັ່ງກ່າວ ເພີ່ມສູງຂຶ້ນ ອີງຕາມ ລາຍງານ ສະບັບ ຫລ້າສຸດ ຂອງສະຖາບັນ ການເງິນ ລະຫວ່າງ ປະເທດ ໄອໄອເອຟ (IIF) ທ່າມກາງຄວາມກັງວົນ ທີ່ເພີ່ມຂຶ້ນ ກ່ຽວກັບ ຄວາມຍືນຍົງ ທາງດ້ານການເງິນຂອງໂລກ.

ຕົວເລກ ດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຍອດໜີ້ສິນລວມ ຈາກ 4 ພາກສ່ວນ ກູ້ຢືມຫລັກ ເຊິ່ງໄດ້ແກ່: ລັດຖະບານ, ຄອບຄົວ, ພາກການເງິນ ແລະ ພາກທຸລະກິດ ທີ່ບໍ່ແມ່ນ ສະຖາບັນ ການເງິນ ໃນປະເທດ ເສດຖະກິດ ພັດທະນາແລ້ວ ແລະ ເສດຖະກິດ ເກີດໃໝ່ ຫລາຍກວ່າ 100 ປະເທດ ຊຶ່ງຖືເປັນ ການເພີ່ມຂຶ້ນ ຕິດຕໍ່ກັນ ເປັນໄຕມາດທີ່ 6.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments