Homeຂ່າວຕ່າງປະເທດປະກົດການເອລນີໂຢ ຈະເຮັດໃຫ້ຄົນທົ່ວໂລກ ເສຍຊີວິດ 451.000 ຄົນ

ປະກົດການເອລນີໂຢ ຈະເຮັດໃຫ້ຄົນທົ່ວໂລກ ເສຍຊີວິດ 451.000 ຄົນ

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອບໍ່ດົນມານີ້ວ່າ: ໜ່ວຍວິໄຈຂອງສະຖາບັນ “ໄຄລເມດອິມແພກແລັບ” (Climate Impact Lab) ຝ່າຍດ້ານວິທະຍາສາດ, ເສດຖະສາດ ແລະ ຂໍ້ມູນພາຍໃຕ້ມະຫາວິທະຍາໄລຊິຄາໂກ ລັດອີລລິນອຍ ຂອງ ສ.ອາເມລິກາ ໄດ້ເປີດເຜີຍລາຍງານຜົນການວິເຄາະສະບັບຫລ້າສຸດ ລະບຸວ່າ: ປະກົດການເອລນີໂຢ ທີ່ພວມເພີ່ມທະວີຄວາມຮຸນແຮງຂຶ້ນ ອາດຈະເຮັດໃຫ້ອຸນຫະພູມທົ່ວໂລກເພີ່ມສູງຂຶ້ນຢ່າງຜິດປົກກະຕິ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນຂະນະນີ້ອາດຈະເຮັດໃຫ້ມີຜູ້ເສຍຊີວິດ ຈາກຄວາມຮ້ອນທົ່ວໂລກ ສູງເຖິງປະມານ 451.000 ຄົນ ໃນໄລຍະ ເວລາ ຮອດເດືອນກຸມພາ 2027.

ເອລນີໂຢ ແມ່ນຮູບແບບ ການປ່ຽນແປງ ຕາມທຳມະຊາດ ຂອງ ສະພາບດິນຟ້າອາກາດ ທີ່ສົ່ງຜົນໃຫ້ອຸນຫະພູມໂລກສູງຂຶ້ນ. ແຕ່ນັກຄົ້ນຄວ້າ ໄດ້ຊີ້ວ່າ ຮອບນີ້ ໄດ້ເຂົ້າສູ່ລະດັບ ຮຸນແຮງ ເປັນພິເສດ ຈົນນັກວິທະຍາສາດ ບາງຄົນ ເອີ້ນວ່າ ເອລນີໂຢ “ລະດັບ ກອດຊິລາ” ແລະ ມີທ່າອ່ຽງ ທີ່ຈະທຳລາຍ ສະຖິຕິ ອຸນຫະພູມສູງສຸດ ເທົ່າທີ່ເຄີຍບັນທຶກມາ. ໂດຍຄາດວ່າ ຈຳນວນ ວັນທີ່ມີອາກາດຮ້ອນແຮງ ຈະເພີ່ມຂຶ້ນ ປະມານ 44% ເມື່ອທຽບໃສ່ ໃນໄລຍະປີປົກກະຕິ ຊ້ຳເຕີມ ດ້ວຍພາວະໂລກຮ້ອນ ຈາກການຈູດເຊື້ອໄຟ ຟອດຊິວ ເຊິ່ງເຮັດໃຫ້ຄວາມສ່ຽງ ດ້ານອຸນຫະພູມສຸດຂົ້ວ ໃຫ້ສູງຂຶ້ນໄປອີກ. ນອກຈາກນັ້ນ, ບົດລາຍງານ ກວດພົບວ່າ ຜົນກະທົບ ດັ່ງກ່າວ ບໍ່ໄດ້ແຜ່ກະຈາຍ ຢ່າງເທົ່າທຽມກັນ ໂດຍປະເທດ ໃນຊີກໂລກໃຕ້ ແລະ ປະເທດ ພວມພັດທະນາ ຄາດວ່າ ຈະຕ້ອງແບກຮັບ ພາລະໜັກໜ່ວງ ທີ່ສຸດ ໂດຍສະເພາະແມ່ນ ພາກພື້ນຊາແຮນ (Sahel) ຂອງ ອາຟຣິກາ ທີ່ຕ້ອງຜະເຊີນ ກັບ ຄວາມຮ້ອນ ແລະ ຄວາມແຫ້ງແລ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments