Homeຂ່າວຕ່າງປະເທດເຂດຕາເວັນອອກກາງ ສົ່ງອອກນ້ຳມັນເລີ່ມຟື້ນຕົວ

ເຂດຕາເວັນອອກກາງ ສົ່ງອອກນ້ຳມັນເລີ່ມຟື້ນຕົວ

ສຳນັກຂ່າວ ຣອຍເຕີສ໌ (Reuters) ລາຍງານ ຈາກ ປະເທດ ສິງກະໂປ, ໃນວັນທີ 28 ກັນຍາ, ຂໍ້ມູນຈາກ ບໍລິສັດ ຕິດຕາມ ການແລ່ນກຳປັ່ນ “ເຄບເລີ” (Kpler) ເປີດເຜີຍວ່າ: ການສົ່ງອອກ ນ້ຳມັນດິບ ຈາກ ຜູ້ຜະລິດລາຍຫລັກ ໃນຕາເວັນອອກກາງ ໄດ້ຟື້ນຕົວຂຶ້ນ ໃນເດືອນນີ້ ບັນລຸເຖິງ 12,8 ລ້ານຖັງຕໍ່ວັນ, ເຊິ່ງເປັນ ລະດັບ ສູງສຸດ ນັບຕັ້ງແຕ່ ສົງຄາມ ລະຫວ່າງ ສ.ອາເມລິກາ, ອີສະຣາເເອນ ແລະ ອີຣານ ໄດ້ເລີ່ມຕົ້ນຂຶ້ນ ໃນເດືອນກຸມພາ ຜ່ານມາ ເນື່ອງຈາກ ອາຣັບບີ ຊາອຸດິດ ແລະ ສາທາລະນະລັດ ສະຫະນະຄອນ ເອເມເຣັດ ອາຣັບ (ຢູເອອີ) ໄດ້ເພີ່ມປະລິມານ ການສົ່ງອອກ.

ຂໍ້ມູນ ເບື້ອງຕົ້ນ ໄດ້ສະແດງ ໃຫ້ເຫັນວ່າ ທ່າອ່ຽງທີ່ປັບຕົວດີຂຶ້ນນີ້ ເປັນຜົນ ມາຈາກ ການຟື້ນຕົວ ຂອງ ການສົ່ງອອກຜ່ານ ຊ່ອງແຄບຮໍມຸດ (Strait of Hormuz) ເຊິ່ງຄາດວ່າ ຈະເພີ່ມຂຶ້ນສູ່ ລະດັບ ປະມານ 7,4 ລ້ານຖັງຕໍ່ວັນ ໃນເດືອນນີ້. ເນື່ອງຈາກ ອາຣັບບີ ຊາອຸດິດ ໄດ້ປ່ຽນເສັ້ນທາງ ການສົ່ງອອກ ນ້ຳມັນ ຈາກທ່າກຳປັ່ນ ຢານບູ ໃນທະເລແດງ ຫລັງຈາກ ເກີດເຫດໂຈມຕີ ທີ່ ສ້າງຄວາມເສຍຫາຍ ຕໍ່ທໍ່ສົ່ງນ້ຳມັນ ສາຍຕາເວັນອອກ-ຕາເວັນຕົກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments