Homeຂ່າວໜ້າໜຶ່ງທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ

ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ

ໃນວັນທີ 28 ກັນຍາ 2026 ທີ່ ໂຮງແຮມ ອາວານີ ລ້ານຊ້າງ, ນະຄອນຫຼວງວຽງຈັນ, ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືອາຊຽນ (ASEAN Consultative Meeting) ໂດຍການເປັນປະທານຮ່ວມຂອງ ທ່ານ U Aung Ko, ເອກອັກຄະລັດຖະທູດ ເເຫ່ງ ສສ ມຽນມາ ປະຈຳ ສປປ ລາວ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງຫນ້າຈາກບັນດາສະຖານເອກອັກຄະລັດຖະທູດຂອງປະເທດສະມາຊິກອາຊຽນ ປະຈຳ ສປປ ລາວ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຊຶ່ງໄດ້ຈັດຂຶ້ນໃນເດືອນກໍລະກົດ 2026 ແລະ ການກະກຽມດ້ານຕ່າງໆສໍາລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນເດືອນພະຈິກ 2026 ທີ່ ມະນິລາ, ປະເທດຟິລິບປິນ. ນອກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການສະເໜີບົດ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວຽກງານດ້ານພະລັງງານຂອງ ສປປ ລາວ ແລະ ການຮ່ວມມືດ້ານພະລັງງານຂອງອາຊຽນເຊັ່ນ: ແຜນຍຸດທະສາດການພັດທະນາພະລັງງານແຫ່ງຊາດ, ສະພາບການດ້ານພະລັງງານ, ຍຸດທະສາດການຄ້າໄຟຟ້າຂ້າມຊາຍແດນຮ່ວມກັບປະເທດເພື່ອນບ້ານ, ເເລະ ສິ່ງທ້າທາຍ ແລະ ທິດທາງໃນອະນາຄົດ, ໂດຍສະເພາະການເຊື່ອມໂຍງລະຫວ່າງພະລັງງານທົດແທນ, ພະລັງງານແສງຕາເວັນຂະໜາດໃຫຍ່ ແລະ ພະລັງງານລົມ ເພື່ອຫຼຸດຜ່ອນການຜະລິດພະລັງງານຕາມລະດູການ, ການສ້າງໂຄງສ້າງດ້ານກົດໝາຍ, ດ້ານເຕັກນິກ ແລະ ດ້ານການດໍາເນີນງານ ແລະ ບຳລຸງຮັກສາ, ການຂະຫຍາຍການເຊື່ອມຕໍ່ຕາຂ່າຍໄຟຟ້າອາຊຽນ, ການປັບປຸງໂຄງສ້າງສາຍສົ່ງໄຟຟ້າພາຍໃນປະເທດໃຫ້ທັນສະໄໝ ຜ່ານການຍົກລະດັບຕາຂ່າຍໄຟຟ້າ, ການຫຼຸດຜ່ອນການສູນເສຍດ້ານເຕັກນິກ ແລະ ການສົ່ງເສີມອຸດສາຫະກຳພາຍໃນ ແລະ ການເຕີບໂຕ ການຄ້າເອເລັກໂຕຣນິກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments