ໃນວັນທີ 25 ກັນຍາ 2026 ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດລາວ ມີພິທີເຊັນສັນຍາການຮ່ວມມືຍົກລະດັບດ້ານວິຊາການເຕັກໂນໂລຊີ ແລະ ນະວັດຕະກຳດ້ານວິທະຍາສາດກີລາ ລວມເຖິງການພັດທະນາບຸກຄະລາກອນ ໂດຍໃຫ້ກຽດຕ້ອນຮັບ ແລະ ລົງນາມເຊັນສັນຍາ ລະຫວ່າງ ທ່ານ ຮສ ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ຊິວວາໂນ ເມີເຊດ ເລັນ (Silvano Merced Len) ອະທິການບໍດີມະຫາວິທະຍາໄລວິທະຍາສາດການກີລາ ແຫ່ງສາທາລະນະລັດກູບາ ມີ ທ່ານ ນາງ ເອນນາ ເອສທີ ວຽນ ວາລເດສ ( Enna Esthher Viant Valdes) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດກູບາ ປະຈຳລາວ ພ້ອມຄະນະຮັບຜິດຊອບວຽກງານທັງສອງຝ່າຍເຂົ້າຮ່ວມ.
ການມາຢ້ຽມຢາມ ແລະ ຮ່ວມມືລົງນາມເຊັນສັນຍາໃນຄັ້ງນີ້ ຖືເປັນກ້າວໜຶ່ງ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ເລິກເຊິ່ງ ແລະ ມີຜົນອອກມາຢ່າງເປັນຮູບປະທໍາ ໂດຍສະເພາະການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ວິທະຍາສາດການກີລາ ແຫ່ງສາທາລະນະລັດ ກູບາ ເພາະກູບາ ຖືເປັນປະເທດທີ່ມີຊື່ສຽງ ມີຄວາມໂດດເດັ່ນ ແລະ ມີຄວາມຊ່ຽວຊານທາງດ້ານວິທະຍາສາດການກີລາ ແລະ ການພັດທະນານັກກີລາມືອາຊີບ ການພົບປະປຶກສາຫາລື ແລະ ການເຊັນສັນຍາຮ່ວມມືທາງວິຊາການຄັ້ງນີ້ ມີຄວາມສໍາຄັນຫຼາຍເພື່ອເສີມສ້າງຂະແໜງການກີລາຂອງສອງຝ່າຍ ຄື: ການແລກປ່ຽນບົດຮຽນ ແລະ ຄວາມຮູ້ທາງດ້ານວິຊາການ: ເທັກໂນໂລຊີ ແລະ ນະວັດຕະກໍາ ດ້ານວິທະຍາສາດການກີລາ ການພັດທະນາບຸກຄະລາກອນ ໂດຍຍົກລະດັບສັກກະຍະພາບຂອງຄູ-ອາຈານ ນັກຄົ້ນຄວ້າ ຄູເຝິກ ແລະ ນັກກີລາ ສົ່ງເສີມການແລກປ່ຽນ ໂດຍການແລກປ່ຽນນັກສຶກສາຜູ້ຊ່ຽວຊານ ແລະ ການຈັດໂຄງການຄົ້ນຄວ້າວິທະຍາສາດຮ່ວມກັນໃນອະນາຄົດເຊື່ອໝັ້ນວ່າສັນຍາຮ່ວມມືຄັ້ງນີ້ຈະບໍ່ແມ່ນພຽງແຕ່ເອກະສານທາງດ້ານນິຕິກໍາເທົ່ານັ້ນແຕ່ຈະເປັນບ່ອນອ້າງອີງ ແລະ ຊຸກຍູ້ທີ່ນໍາໄປສູ່ການປະຕິບັດຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນເພື່ອຜົນປະໂຫຍດຂອງທັງສອງສະຖາບັນການສຶກສາ.

ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ພົບປະຫາລືລາຍງານສະພາບການສຶກສາຢູ່ພາຍໃນມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລວິທະຍາສາດການກີລາ ແຫ່ງສາທາລະນະລັດ ກູບາ ໂດຍທັງສອງຟ່າຍໄດ້ເນັ້ນໃສ່ການແລກປ່ຽນບົດຮຽນຄວາມຮູ້ ແລະ ເຕັກໂນໂລຊີດ້ານວິທະຍາສາດການກີລາການພັດທະນາຄູ-ອາຈານ ນັກຄົ້ນຄວ້າຄູເຝິກ ແລະ ນັກກີລາ ລວມເຖິງການແລກປ່ຽນນັກສຶກສາ ແລະ ຜູ້ຊ່ຽວຊານ ນອກຈາກນັ້ນ ສອງສະຖາບັນຍັງຈະຮ່ວມກັນສົ່ງເສີມການຄົ້ນຄວ້າ ແລະ ຈະດຳເນີນໂຄງການວິຊາການຮ່ວມກັນໃນອະນາຄົດ ນີ້ຖືເປັນພື້ນຖານສຳຄັນໃນການນຳເອົາຄວາມຮ່ວມມືລະຫວ່າງ ມະຫາວິ ທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລວິທະຍາສາດການກີລາຂອງກູບາ ໄປສູ່ການປະຕິບັດຢ່າງເປັນຮູບປະທຳ ພ້ອມທັງສົ່ງເສີມການພັດທະນາວິຊາການ ແລະ ກີລາຂອງສອງຝ່າຍ ແລະ ທີ່ເປັນອີກກ້າວໜຶ່ງໃນການເສີມສ້າງສາຍພົວພັນຂອງສອງສະຖາບັນ ກໍຄື ສອງປະເທດລາວ-ກູໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

