ສປປ ລາວ ເປັນເຈົ້າພາບກອງປະຊຸມອະນຸກຳມະການຖະແຫລງຂ່າວອາຊຽນ (ASEAN-COCI Sub- Committee on Information-SCI) ຄັ້ງທີ 27 ໃນລະຫວ່າງວັນທີ 28-29 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍຜູ້ເຂົ້າຮ່ວມຈະໄດ້ທົບທວນຄືນການຮ່ວມມືໃນຊຸມປີທີ່ຜ່ານມາ, ແລກປ່ຽນຄຳຄິດຄຳເຫັນ, ແລະ ກຳນົດທິດທາງຍຸດທະສາດຂອງການຮ່ວມມືໃນພາກພື້ນດ້ານຖະແຫລງຂ່າວ ແລະ ສື່ມວນຊົນ.
ທ່ານ ວັນສີ ກົວມົວ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເນັ້ນໜັກເຖິງບົດບາດສຳຄັນ ຂອງອະນຸກຳມະການຖະແຫລງຂ່າວອາຊຽນ ໃນການປັບປຸງວຽກງານການສື່ສານໃນພາກພື້ນ, ສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງຊາດອາຊຽນ ແລະ ຊຸກຍູ້ເອກະລັກລວມຂອງປະຊາຄົມອາຊຽນ. ເປັນຄັ້ງທໍາອິດ ຂອງ ສປປລາວ ຫລັງຈາກທີ່ມີການປັບປຸງໂຄງສ້າງອົງກອນສື່ມວນຊົນຂອງລັດຢ່າງເປັນລະບົບ ໂດຍໄດ້ຍ້າຍສື່ຫລັກຂອງຊາດ ຊຶ່ງລວມມີ: ສຳນັກຂ່າວສານປະເທດລາວ (KPL).

ໂທລະພາບແຫ່ງຊາດລາວ (LNTV), ວິທະຍຸແຫ່ງຊາດລາວ (LNR) ສື່ສິ່ງພິມຕ່າງໆ ແລະ ສື່ສິ່ງພິມພາສາຕ່າງປະເທດ ມາຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະໂຄສະນາອົບຮົມສູນກາງພັກ. ການປະຕິຮູບອົງກອນຄັ້ງສໍາຄັນນີ້, ມີຈຸດປະສົງເພື່ອຍົກລະດັບປະສິດທິພາບການດໍາເນີນງານ, ປັບໂຕເຂົ້າສູ່ຍຸກດີຈິຕອນຢ່າງຍືນຍົງ ແລະ ສ້າງສັນເນື້ອຫາທີ່ມີຄຸນນະພາບສູງເພື່ອຮັບໃຊ້ສັງຄົມ ແລະ ປະເທດຊາດໃຫ້ດີຍິ່ງຂຶ້ນ.
ນອກຈາກນີ້, ທ່ານຍັງໄດ້ເນັ້ນຢ້ຳເຖິງບົດບາດອັນສໍາຄັນ ຂອງອະນຸກໍາມະການ ASEAN-COCI ດ້ານຖະແຫລງຂ່າວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສື່ສານໃນລະດັບພາກພື້ນ, ສົ່ງເສີມຄວາມເຂົ້າໃຈອັນດີລະຫວ່າງປະເທດສະມາຊິກ ແລະ ຮ່ວມກັນພັດທະນາອັດຕະລັກຂອງປະຊາຄົມອາຊຽນໃຫ້ແໜ້ນແຟ້ນ.
ທ່ານນາງ ມາໄລວຽງ ວົງຈັນດີ ຫົວໜ້າອະນຸກໍາມະການວຽກງານຖະແຫລງຂ່າວ ສປປ ລາວ ຮອງອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ໄດ້ກ່າວໃນນາມເປັນປະທານກອງປະຊຸມ ໂດຍໄດ້ກ່າວເຖິງທິດທາງ ແລະ ຄວາມຮ່ວມມືດ້ານສື່ມວນຊົນໃນຍຸກໃໝ່ວ່າ: “ໃນຍຸກແຫ່ງການຫັນເປັນດີຈິຕອນຢ່າງໄວວາ, ຄະນະອະນຸກໍາມະການດ້ານຖະແຫລງຂ່າວໄດ້ກາຍເປັນເວທີຍຸດທະສາດສໍາຄັນ ສໍາລັບປະເທດສະມາຊິກອາຊຽນ ໃນການສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນໃຫ້ເລິກເຊິ່ງ, ເສີມສ້າງພະລັງສຽງຂອງພາກພື້ນໃຫ້ເຂັ້ມແຂງ ແລະ ຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ໆ ໂດຍສະເພາະການແກ້ໄຂບັນຫາຂໍ້ມູນຂ່າວປອມ (Fake News) ແລະ ສື່ສັງເຄາະ (Synthetic Media). ການຫາຂໍ້ມູນແບບສ້າງສັນ ແລະ ຄວາມຮ່ວມມືທີ່ເປັນຮູບປະທໍາ, ພວກເຮົາຈະສາມາດຮ່ວມກັນສ້າງປະຊາຄົມອາຊຽນທີ່ມີຂໍ້ມູນຂ່າວສານຄົບຖ້ວນ, ເຊື່ອມໂຍງເຊິ່ງກັນ ແລະ ກັນ ແລະ ພ້ອມຮັບມືກັບທຸກຄວາມປ່ຽນແປງຢ່າງຍືນຍົງ.

ການຈັດກອງປະຊຸມຄັ້ງນີ້, ຖືເປັນກົນໄກສໍາຄັນໃນການຂັບເຄື່ອນແຜນງານອາຊຽນ ວ່າດ້ວຍຂໍ້ມູນຂ່າວສານ ແລະ ສື່ມວນຊົນ ປີ 2026-2035 (ASEAN Work Plan for Information and Media 2026–2035) ໂດຍມຸ່ງເນັ້ນການເຊື່ອມໂຍງລະບົບສື່ມວນຊົນໃນພາກພື້ນ, ເພີ່ມພູນທັກສະຄວາມຮູ້ເທົ່າທັນດີຈະຕອນ (Digital Literacy) ແລະ ວາງຮາກຖານດ້ານສື່ອາຊຽນໃຫ້ມີຄວາມຕໍ່ເນື່ອງ ແລະ ມີວິໄສທັດຍາວໄກ.
ໃນວາລະການປະຊຸມ, ຄະນະຜູ້ແທນຈະໄດ້ຮ່ວມກັນທົບທວນຄວາມຄືບໜ້າຂອງໂຄງການຕ່າງໆ, ພິຈາລະນາຂໍ້ສະເໜີໂຄງການໃໝ່ທີ່ຈະຂໍຮັບການສະໜັບສະໜູນຈາກກອງທຶນວັດທະນະທໍາອາຊຽນ (ACF) ສໍາລັບປີງົບປະມານ 2027 ລວມເຖິງການຫາລືຄວາມຮ່ວມມືກັບປະເທດຄູ່ເຈລະຈາ (ຈີນ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ, ຣັດເຊຍ ແລະ ນອກແວ).
ນອກຈາກນີ້, ກອງປະຊຸມຈະຮ່ວມກັນກຽມຄວາມພ້ອມສໍາລັບການຈັດສໍາມະນາຫລາຍພາກສ່ວນຂອງອາຊຽນ ວ່າດ້ວຍການແກ້ໄຂບັນຫາຂໍ້ມູນຂ່າວປອມ ແລະ ການຄຸ້ມຄອງສື່ສັງຄົມ ໃນວັນທີ 4-5 ພະຈິກ 2026 ທີ່ນະຄອນຫລວງພະນົມເປັນ ປະເທດກໍາປູເຈຍ, ພ້ອມທັງຫາລືການກຽມງານປະຊຸມ SCI ຄັ້ງທີ 28 ຊຶ່ງປະເທດມາເລເຊຍ ຈະເປັນເຈົ້າພາບໃນລໍາດັບຕໍ່ໄປ.

