Homeຂ່າວໜ້າໜຶ່ງລາວ ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນເພື່ອຮັບມືກັບສິ່ງທ້າຍທາຍຂອງຍຸກສະໄໝໃໝ່

ລາວ ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນເພື່ອຮັບມືກັບສິ່ງທ້າຍທາຍຂອງຍຸກສະໄໝໃໝ່

ໃນໂອກາດການກ່າວຄໍາປາໄສ ຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 81 ພາຍໃຕ້ຄໍາຂວັນ: “ການຟື້ນຟູຄວາມເຊື່ອໝັ້ນ, ບໍລິ ຫານການຫັນປ່ຽນໃຫ້ກາຍເປັນ ສປຊ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ”, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນຂອງ ສປປ ລາວ ໃນການຮ່ວມມືກັບວົງຄະນະຍາດສາກົນ ເພື່ອຮັບມືກັບສິ່ງທ້າຍທາຍຂອງຍຸກສະໄໝໃໝ່, ຊຸກຍູ້ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC status) ຢ່າງມີຄຸນນະພາບ ແລະ ຍືນຍົງ. ໃນນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກຄວາມສໍາຄັນ ຂອງການຮ່ວມສາກົນ ໃນຂົງເຂດບູລິມະສິດດັ່ງນີ້:

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮ່ວມກັບບັນດາປະເທດສະມາຊິກ ສປຊ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ລະບົບການຮ່ວມມືຫລາຍຝ່າຍ ທີ່ມີອົງການ ສປຊ ເປັນແກນກາງ ເພື່ອຮັບປະກັນໃຫ້ແກ່ການພົວພັນສາກົນ ທີ່ມີຄວາມໝັ້ນຄົງ ແລະ ເອື້ອອໍານວຍໃຫ້ແກ່ການຮ່ວມມື ເພື່ອການພັດທະນາສາກົນ. ສໍາຄັນ, ທ່ານໄດ້ເນັ້ນຢໍ້າວ່າ ສັນຕິພາບທີ່ຍືນຍົງ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອປາສະຈາກການປະທະກັນດ້ວຍກຳລັງອາວຸດ ແລະ ການນໍາໃຊ້ມາດຕະການຝ່າຍດຽວ, ພ້ອມທັງຍົກສູງຄວາມສໍາຄັນ ຂອງການແກ້ໄຂຄວາມແຕກຕ່າງຜ່ານຂະບວນການທາງການທູດ ກໍຄື ການປຶກສາຫາລື ໂດຍຍຶດໝັ້ນຕໍ່ບັນດາຫລັກການພື້ນຖານ ຂອງກົດບັດ ສປຊ ເປັນຕົ້ນ ການເຄົາລົບອຳນາດອະທິປະໄຕ, ເອກະລາດ, ການບໍ່ແຊກແຊງກິດຈະການພາຍໃນ ແລະ ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ. ພ້ອມນີ້, ສປປ ລາວ ຍັງໄດ້ສະໜັບສະໜູນຂໍ້ລິເລີ່ມ ວ່າດ້ວຍການປະຕິຮູບຫລັງ 80 ປີ ຂອງການສ້າງຕັ້ງອົງການ ສປຊ (UN80 Initiative) ເພື່ອປັບປຸງລະບົບອົງການ ສປຊ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ແທດເໝາະກັບສະພາບການສາກົນ ທີ່ມີການປ່ຽນແປງຢ່າງບໍ່ຢຸດຢັ້ງ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດ ທະນາ ຢ່າງເປັນທາງການ ໂດຍສະເພາະໃນໄລຍະຂ້າມຜ່ານ 3 ປີ (2026-2029) ແມ່ນຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນທັງທາງດ້ານເຕັກນິກ ແລະ ການເຂົ້າເຖິງແຫລ່ງທຶນ, ທີ່ສາມາດຄາດຄະເນໄດ້ ແລະ ຕອບສະໜອງຄວາມຕ້ອງການທາງດ້ານການພັດທະນາ ໃນໄລຍະໃໝ່ ເພື່ອຮັບປະກັນການຂ້າມຜ່ານທີ່ໂລ່ງລ່ຽນ, ຍືນຍົງ ແລະ ບໍ່ສາມາດກັບຄືນໄດ້. ສໍາຄັນ, ການຫລຸດພົ້ນອອກຈາກສະຖານະພາບດັ່ງກ່າວ ບໍ່ແມ່ນຈຸດສິ້ນສຸດ ຂອງວຽກງານການພັດທະນາ ແຕ່ເປັນບາດກ້າວໃໝ່ທີ່ສໍາຄັນ ຂອງການພັດທະນາປະເທດຊາດ.

ໃນຂົງເຂດວຽກງານການພັດທະນາ, ທ່ານຮອງນາຍົກລັດຖະມົນ ໄດ້ຖືໂອກາດນີ້ ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານລາວ ເພື່ອສືບຕໍ່ວາລະການພັດທະນາແຫ່ງຊາດ ໂດຍການຮັບ ຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026-2030) ທີ່ສຸມໃສ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ການພັດທະນາຊັບພະຍາກອນມະນຸດ; ການຫັນປ່ຽນຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ປະເທດເຊື່ອມຈອດ (transforming from landlocked to land-linked) ຜ່ານການພັດທະນາພື້ນຖານໂຄງລ່າງຍຸດທະສາດ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ, ແຜນການສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ ສູ່ທ່າເຮືອຫວຸ້ງອ່າງ ແນໃສ່ການສ້າງ ສປປ ລາວ ໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງລະດັບສູງ (upper-middle income country) ພາຍໃນປີ 2055.

ສປປ ລາວ ຢືນຢັນຄວາມສຳຄັນຂອງຄວາມເປັນແກນກາງ ຂອງອາຊຽນ ໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ຂອງພາກພື້ນ, ລວມທັງການລິເລີ່ມການຈັດຕັ້ງປະຕິບັດວິໄສທັດອາຊຽນ 2045 ເພື່ອສືບຕໍ່ຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນ ທີ່ມີຄວາມເຂັ້ມແຂງ ແລະ ຍືນຍົງ.

ພ້ອມກັນນັ້ນ, ໃນຖານະປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ຕົກຄ້າງແຕ່ປາງສົງ ຄາມ, ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນ ຕໍ່ເປົ້າໝາຍການພັດທະນາແບບຍືນຍົງ 18 “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” (SDG18: Lives from UXO) ທີ່ເປັນພື້ນຖານສໍາຄັນຂອງການຫລຸດ ຜ່ອນຄວາມທຸກຍາກ ຢູ່ ສປປ ລາວ. ບົນຈິດໃຈດັ່ງກ່າວ, ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ສໍາເລັດການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 3 (3RC-CCM) ຢູ່ນະຄອນຫລວງວຽງຈັນ ໃນເດືອນກັນຍາ 2026 ຜ່ານມານີ້່.

ໃນພາກສຸດທ້າຍຂອງການກ່າວຄໍາປາໄສ, ທ່ານຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ແກ່ ລັດຖະ ບານ ແລະ ປະຊາຊົນລາວ ສະແດງຊົມເຊີຍ ຕໍ່ ທ່ານ António Guterres ເລຂາທິການໃຫຍ່ ສປຊ ໃນໂອກາດທີ່ຈະສໍາເລັດການດໍາລົງຕໍາແໜ່ງໃນທ້າຍປີນີ້ ກໍຄື ການປະກອບສ່ວນອັນສໍາຄັນ ຂອງທ່ານ ເລຂາທິການໃຫຍ່ ເຂົ້າໃນວຽກງານການພັດທະນາສາກົນ.

ພິເສດ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ໃນການສືບຕໍ່ຮ່ວມມືກັບວົງຄະນະຍາດສາກົນ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງການສ້າງໂລກ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໂດຍບໍ່ປະຖິ້ມໃຜໄວ້ທາງຫລັງ.

ໃນວັນດຽວກັນ, ທ່ານ ຮອງນາຍົກລັດະມົນຕີ ໄດ້ໃຫ້ສຳພາດ ຕໍ່ສະຖານີໂທລະພາບສາກົນຈີນ CGTN. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງທັດສະນະ ຂອງ ສປປ ລາວ ຕໍ່ບັນຫາສໍາຄັນ ພາຍໃຕ້ອົງການ ສປຊ ແລະ ວຽກງານການພັດທະນາແຫ່ງຊາດ ເປັນຕົ້ນແມ່ນ ຄວາມສໍາຄັນຂອງການຟື້ນຟູຄວາມເຊື່ອໝັ້ນ ຕໍ່ລະບົບການຮ່ວມມືຫລາຍຝ່າຍ, ບົດບາດສໍາຄັນ ຂອງປະເທດຂະໜາດນ້ອຍ ໃນການສົ່ງເສີມການພົວພັນທີ່ດີ ລະຫວ່າງບັນດາປະເທດມະຫາອຳນາດ, ສິ່ງທ້າທາຍ ແລະ ແຜນຮັບມື ຂອງ ສປປ ລາວ ພາຍຫລັງຫລຸດພົ້ນອອກຈາກສະຖານະພາບດ້ວຍພັດ ທະນາ ໃນທ້າຍປີ 2026 ແລະ ຜົນປະໂຫຍດຂອງການພົວພັນຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະແມ່ນການປະກອບສ່ວນອັນລໍ້າຄ່າ ຂອງໂຄງການເສັ້ນທາງລົດ ໄຟ ລາວ-ຈີນ ເຂົ້າໃນແຜນຍຸດທະສາດ ຂອງລັດຖະບານລາວ ໃນການຫັນປ່ຽນປະເທດທີ່ບໍ່ມີເສັ້ນທາງອອກສູ່ທະເລ ໄປສູ່ປະເທດເຊື່ອມຈອດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments