ທ້າຍອາທິດຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມລະດົມແນວຄວາມຄິດ ແລະ ຜ່ານຮ່າງແຜນແມ່ບົດຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງການຄ້າທາງເອເລັກໂຕຣນິກ ເພື່ອລະດົມແນວຄວາມຄິດ, ປະກອບຄຳຄິດຄໍາເຫັນຢ່າງເລິກເຊິ່ງ ຈາກທັງພາກລັດ ແລະ ພາກທຸລະກິດຜູ້ປະກອບການ ແນໃສ່ເຮັດໃຫ້ຮ່າງແຜນດັ່ງກ່າວ, ມີຄວາມຮັດກຸມ, ສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ເກີດຜົນເປັນຮູບປະທຳ ເພື່ອສ້າງທ່າແຮງໃໝ່ໃຫ້ແກ່ປະເທດຊາດ ແລະສັງຄົມໄດ້ຮັບຜົນປະໂຫຍດສູງສຸດ.
ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ການລະດົມແນວຄວາມຄິດ ແລະ ຜ່ານຮ່າງແຜນແມ່ບົດຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງການຄ້າທາງເອເລັກໂຕຣນິກຄັ້ງນີ້, ແນໃສ່ເພື່ອແກ້ໄຂບັນຫາສິ່ງທ້າທາຍ ແລະ ຍົກລະດັບວຽກງານການຄ້າເອເລັກໂຕຣນິກຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມເປັນ “ມືອາຊີບ, ມີເນື້ອໃນສົມບູນ, ໂປ່ງໃສ ແລະ ສ້າງຜົນປະໂຫຍດຮ່ວມກັນ ລະຫວ່າງ ພາກລັດ, ທຸລະກິດ ແລະ ສັງຄົມ”ມີ 4 ຂະແໜງການຫລັກ ຄື: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານແຫ່ງ ສປປ ລາວ ແລະ ກະຊວງການເງິນ ພ້ອມດ້ວຍພາກທຸລະກິດ/ຜູ້ປະກອບການ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນການສ້າງ “ແຜນແມ່ບົດການຄຸ້ມຄອງ ແລະ ພັດທະນາວຽກງານ ການຄ້າທາງເອເລັກໂຕຣນິກ ຂອງ ສປປ ລາວ 2026-2035” ຂຶ້ນມາ. ແຜນແມ່ບົດສະບັບນີ້, ໄດ້ກຳນົດວິໄສທັດ, ທິດທາງ ລວມ, ຍຸດທະສາດການພັດທະນາ, ແຜນດຳເນີນງານ, ຕະຫລອດຈົນກົນໄກ ແລະ ມາດຕະການຈັດຕັ້ງປະຕິບັດ ຢ່າງເປັນລະບົບ ເປັນຕົ້ນ ການສ້າງ ແລະ ປັບປຸງນິຕິກຳ ໃຫ້ຮັດກຸມ ເຊັ່ນ: ການຈັດຕັ້ງປະຕິບັດລະບົບ E-Trust, ລະບົບອາກອນ Digital Tax, ລະບົບການຊຳລະສະສາງ (LAPNet) ແລະ ມາດຕະການປັບໃໝຜູ້ລະເມີດ; ການສົ່ງເສີມ ແລະ ຄຸ້ມຄອງພາກທຸລະກິດ/ຜູ້ຂາຍອອນລາຍ ໃຫ້ເຂົ້າສູ່ລະບົບຢ່າງຖືກຕ້ອງ, ໄດ້ຮັບການປົກປ້ອງສິດ ແລະ ເຂົ້າເຖິງຕະຫລາດທີ່ຍຸຕິທໍາ; ການພັດທະນາໂຄງລ່າງພື້ນຖານ, ໂລຈິສຕິກ ແລະ ເຕັກໂນໂລຊີ (4G/5G, ໄປສະນີ, ລະບົບຂົນສົ່ງ, ປັນຍາປະດິດ AI ແລະ ຄວາມປອດໄພທາງໄຊເບີ); ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງກົນໄກຮັບຄຳຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງຜ່ານລະບົບອອນລາຍ.

ທ່ານ ສັນຕິສຸກ ພູນສະຫວັດ ຍັງໃຫ້ຮູ້ອີກວ່າ: ໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ມີທິດຊີ້ນຳຢ່າງໃກ້ຊິດ ໂດຍໄດ້ກຳນົດຈຸດສຸມວຽກພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ, ອິນເຕີເນັດຄວາມໄວສູງ, ການສ້າງລັດຖະບານດີຈິຕອນ ແລະ ລະບົບການເງິນເອເລັກໂຕຣນິກ ເພື່ອເປັນພື້ນ ຖານອັນເຂັ້ມແຂງ. ຄຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດດີຈິຕອນດັ່ງກ່າວ, ວຽກງານການຄ້າທາງເອເລັກໂຕຣນິກ ຫລື E-commerce ຢູ່ ສປປ ລາວ ກໍໄດ້ມີການເຕີບໂຕຢ່າງວ່ອງໄວ ແລະ ແຜ່ຫລາຍ, ການຊື້-ຂາຍສິນຄ້າແລະ ບໍລິການຜ່ານລະບົບອອນລາຍ, ແພລດຟອມດີຈິຕອນ, ພ້ອມທັງການນຳໃຊ້ລະບົບຊຳລະຜ່ານທະນາຄານ ແລະ e-Wallet ໄດ້ກາຍເປັນສ່ວນໜຶ່ງທີ່ສໍາຄັນໃນຊີວິດປະຈໍາວັນຂອງປະຊາຊົນ ແລະ ການດຳເນີນທຸລະກິດຂອງຜູ້ປະກອບການ. ການຂະຫຍາຍຕົວຢ່າງແຮງກ້າຂອງການຄ້າທາງເອເລັກໂຕຣນິກນີ້ ບໍ່ພຽງແຕ່ຊ່ວຍສ້າງກາລະໂອກາດໃໝ່ ໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ (SME) ໃນການເຂົ້າເຖິງຕະຫລາດ, ແຕ່ຍັງເປັນໂຕຂັບເຄື່ອນການໝູນວຽນທາງເສດຖະກິດ, ການຂົນສົ່ງໂລຈິສຕິກ ແລະ ການເຊື່ອມໂຍງການຄ້າ ພາຍໃນ ແລະ ຕ່າງປະເທດ ຢາງມີປະສິດທິພາບ.

