Homeຂ່າວໜ້າໜຶ່ງສປປ ລາວ ຢືນຢັນຄວາມໝາຍໝັ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2026 ຢ່າງເປັນທາງການ

ສປປ ລາວ ຢືນຢັນຄວາມໝາຍໝັ້ນອອກຈາກສະຖານະປະເທດດ້ອຍພັດທະນາ ໃນປີ 2026 ຢ່າງເປັນທາງການ

ໃນໄລຍະການດຳເນີນກອງປະຊຸມປິ່ນອ້ອມລະດັບສູງ ຂອງສະມັດຊາໃຫຍ່ອົງການສະ ຫະປະຊາຊາດ (ສປຊ) ສະໄໝທີ 81 ທີ່ນິວຢອກ, ສະຫະລັດອາເມຣິກາ, ທ່ານ ທອງສະຫວັນພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ສປປ ລາວ ຊຸກຍູ້ວາລະດ້ານການພັດທະນາແຫ່ງຊາດ ແລະ ເສີມສ້າງການຮ່ວມມືຫລາຍຝ່າຍກັບບັນດາຜູ້ນຳສາກົນຢ່າງຕັ້ງໜ້າ.

ເສີມສ້າງການຮ່ວມມືໃຕ້-ໃຕ້ແລະຂໍ້ລິເລີ່ມການພັດທະນາສາກົນ ດ້ານການຮ່ວມມືຫລາຍຝ່າຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນໃນກອງປະຊຸມປະຈຳປີລັດຖະມົນຕີຕ່າງປະເທດກຸ່ມ G77 ຄັ້ງທີ 50, ພ້ອມທັງກ່າວຄຳເຫັນໃນກອງປະຊຸມລະດັບສູງ ຂໍ້ລິເລີ່ມວ່າດ້ວຍການພັດທະນາສາກົນ (GDI) ຄົບຮອບ5 ປີ ຊຶ່ງຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ Han Zheng ຮອງປະທານປະເທດແຫ່ງ ສປ ຈີນ ແລະ ທ່ານ ນາງ Amina J. Mohammed ຮອງເລຂາທິການໃຫຍ່ສປຊ.

ທ່ານຮອງນາຍົກລັດຖະມົນຕີໄດ້ສະເໜີ 3 ຫລັກການທິດທາງສຳຄັນ ຄື: ການຮ່ວມມືຕ້ອງສອດຄ່ອງກັບບຸລິມະສິດ ແລະ ຄວາມຕ້ອງການທີ່ແທ້ຈິງຂອງແຕ່ລະປະເທດ; ສືບຕໍ່ຍົກສູງການຮ່ວມມືໃຕ້-ໃຕ້ (South-South Cooperation); ເລັ່ງສ້າງຂີດຄວາມສາມາດໃຫ້ກັບບຸກຄະລາກອນຂອງບັນດາປະເທດກຳລັງພັດທະນາໃນໄລຍະຍາວ. ພ້ອມນີ້, ທ່ານໄດ້ຢືນຢັນວ່າ: ສປປ ລາວ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການພາຍໃຕ້ຂອບ GDI ຄ່ຽງຄູ່ກັບການບັນລຸວາລະ SDGs 2030 ເພື່ອການພັດທະນາທີ່ກວມລວມ.

ເລັ່ງໃສ່ການຂ້າມຜ່ານ LDC ຢ່າງມີຄຸນນະພາບແລະຍືນຍົງໜຶ່ງໃນບັນດາຈຸດສຳຄັນຂອງການເຄື່ອນໄຫວຄັ້ງນີ້ ແມ່ນການພົບປະສອງຝ່າຍລະຫວ່າງ ທ່ານທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ Rabab Fatima ຮອງເລຂາທິການໃຫຍ່ ສປຊ, ທັງເປັນຜູ້ຕາງໜ້າລະດັບສູງ ສປຊ ສຳລັບປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (UN-OHRLLS). ໃນການພົບປະ, ທ່ານຮອງນາຍົກລັດຖະມົນຕີໄດ້ຢືນຢັນຄວາມໝາຍໝັ້ນທາງການເມືອງອັນໜັກແໜ້ນວ່າ ສປປ ລາວ ພ້ອມແລ້ວທີ່ຈະຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງເປັນທາງການໃນທ້າຍປີ 2026. ເພື່ອຮັບປະກັນໃຫ້ການຂ້າມຜ່ານເປັນໄປຢ່າງໂລ່ງລຽນ, ສປປ ລາວ ໄດ້ເຊື່ອມສານແຜນຍຸດທະສາດການຂ້າມຜ່ານ(STS) ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030). ພ້ອມກັນນີ້, ສປປ ລາວ ໄດ້ຮຽກຮ້ອງໃຫ້ ສປຊ ແລະ ຄູ່ຮ່ວມພັດທະນາສືບຕໍ່ສະໜັບສະໜູນຜ່ານກົນໄກ iGRAD (Sustainable Graduation Support Facility) ເພື່ອຊ່ວຍຂະຫຍາຍຂີດຄວາມສາມາດດ້ານການຄ້າ, ການເຂົ້າເຖິງແຫລ່ງທຶນ ແລະ ການສ້າງຄວາມທົນທານທາງເສດຖະກິດ.

ໃນວາລະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະກັບ ທ່ານ ນາງ Catherine Russell ຜູ້ອຳນວຍການໃຫຍ່ອົງການອຸຍນີເຊບ(UNICEF) ໂດຍສອງຝ່າຍໄດ້ຮ່ວມກັນຕີລາຄາສູງຕໍ່ການຮ່ວມມືຜ່ານມາ ໂດຍສະເພາະຕໍ່ການຮັບ ຮອງເອກະສານແຜນງານການຮ່ວມມື (Country Programme Document-CPD) ສໍາລັບປີ2027-2031. ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນຕື່ມວ່າ ການສະໜັບສະໜູນຢ່າງຕໍ່ເນື່ອງຂອງUNICEF ຈະເປັນກຳລັງຂັບເຄື່ອນສຳຄັນໃນການຮັກສາ ແລະ ສືບຕໍ່ຍົກລະດັບດັດຊະນີການພັດທະ ນາຊັບພະຍາກອນມະນຸດຂອງ ສປປ ລາວ ໂດຍສະເພາະວຽກງານສຸຂະພາບ, ການສຶກສາ ແລະ ໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍໃນໄລຍະຂ້າມຜ່ານຈາກສະຖານະພາບ LDC.

ພ້ອມດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ພົບປະກັບ ທ່ານ ນາງ Iruthisham Adam ລັດຖະມົນຕີ ສາທາລະນະລັດ ມານດິບ ເພື່ອເພີ່ມທະວີສາຍພົວພັນການທູດ ພາຍຫລັງທີ່ໄດ້ລົງນາມສ້າງຕັ້ງສານພົວພັນການທູດໃນປີ 2012 ໃຫ້ເປັນຮູບປະທຳຫລາຍຂຶ້ນ.

ເພີ່ມທະວີການທູດສອງຝ່າຍແລະຄວາມໝັ້ນຄອງດ້ານສາທາລະນະສຸກ ໃນວັນດຽວກັນ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກ ສປປ ເກົາຫລີ. ແຕ່ລະຝ່າຍໄດ້ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ພ້ອມທັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

ນອກຈາກນີ້, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕາງໜ້າຄະນະເຂົ້າຮ່ວມກອງປະຊຸມລະດັບສູງວ່າດ້ວຍການປ້ອງກັນ, ການກະກຽມ ແລະ ການຕອບໂຕ້ຕໍ່ການລະບາດຂອງພະຍາດ (PPPR). ສປປ ລາວ ໄດ້ຍົກເຖິງຄວາມຈຳເປັນໃນການເຂົ້າເຖິງວັກຊິນຢ່າງເທົ່າທຽມ, ການແບ່ງປັນຂໍ້ມູນຂ່າວສານ ແລະ ການຍົກລະດັບຂີດຄວາມສາມາດໃນການເຝົ້າລະວັງພະຍາດລະບາດຂ້າມແດນ ເພື່ອປົກປ້ອງຄວາມໝັ້ນຄອງດ້ານສາທາລະນະສຸກຂອງພາກພື້ນ ແລະ ສາ ກົນ.

ການເຄື່ອນໄຫວ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ບໍ່ພຽງແຕ່ເປັນການປົກປ້ອງຜົນປະໂຫຍດແຫ່ງຊາດໃນໄລຍະຫັນປ່ຽນສຳຄັນເທົ່ານັ້ນ, ແຕ່ຍັງເປັນການຍົກສູງບົດບາດ ຂອງ ສປປ ລາວ ໃນຖານະສະມາຊິກທີ່ຍຶດໝັ້ນ ແລະ ມີຄວາມຮັບຜິດຊອບຂອງລະບົບການພົວພັນສາກົນແບບຫລາຍຝ່າຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments