ວິທະຍຸ ໂທລະພາບສູນກາງຈີນ, ຕອນເຊົ້າວັນທີ 25 ກັນຍານີ້ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍພັນທະຍາ ແລະ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຮ່ວມງານລ້ຽງນ້ຳຊາ ເພື່ອສົນທະນາກັນຢູ່ທຳນຽບຂາວສະຫະລັດອາເມລິກາ. ປະມຸກລັດສອງປະເທດ ເຫັນດີຮ່ວມກັນວ່າຈະເພີ່ມເນື້ອໃນຂອງຕໍາແໜ່ງສາຍພົວ ພັນ ຈີນ-ອາເມລິກາ ໃຫ້ອຸດົມສົມບູນຂຶ້ນຕື່ມອີກ, ຮ່ວມກັນສ້າງ “ສາຍພົວພັນທີ່ໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນບົນພື້ນຖານແຫ່ງຄວາມເຄົາລົບເຊິ່ງກັນ ແລະ ກັນ, ຍຸດຕິທຳ ແລະ ສະເໝີພາບກັນ”.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

