Homeຂ່າວພາຍໃນແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນໍ້າຂອງ-ນໍ້າລ້ານຊ້າງ

ແຂ່ງຂັນຄົນລາວຮ້ອງເພງຈີນພາຍໃຕ້ຫົວຂໍ້ “ສຽງເພງແຫ່ງແມ່ນໍ້າຂອງ-ນໍ້າລ້ານຊ້າງ

ສູນວັດທະນະທໍາຈີນປະຈໍາລາວ ຮ່ວມກັບ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ສະພາການຄ້າຈີນປະຈໍາລາວ ຈັດການແຂ່ງຂັນຄົນລາວຮ້ອງເພງຈີນ ຄັ້ງທີ 5 ພາຍໃຕ້ ຫົວຂໍ້ “ສຽງເພງແຫ່ງແມ່ນໍ້າຂອງ-ນໍ້າລ້ານຊ້າງ” ໃນວັນທີ 25 ກັນຍາ 2026 ຜ່ານມາ ຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວັນສີ ສຸກຈະເລີນ ຮອງຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ເຕິ້ງລີ້ສຽງ ທີ່ປຶກສາພະແນກຮ່ວມມືແລກປ່ຽນສະຖານທູດຈີນປະຈຳລາວ, ທ່ານ ຫລົວ ເວີ້ຍ ຈ້ຽນ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ, ມີບັນດາຫົວໜ້າ, ຮອງຫົວໜ້າກົມອ້ອມຂ້າງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ແຂກຮັບເຊີນທັງສອງຝ່າຍ ລາວ ແລະ ຈີນ ເຂົ້າຮ່ວມ.

ທ່ານ ນາງ ວັນສີ ສຸກຈະເລີນ ໄດ້ກ່າວວ່າ: ລາວ ແລະ ຈີນ ເປັນປະເທດຄູ່ຮ່ວມມືຍຸດທະສາດຮອບດ້ານ, ບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ແມ່ນໍ້າຕິດຈອດກັນ, ປະຊາຊົນສອງຊາດໄດ້ມີການໄປ ມາຫາສູ່ກັນມາແຕ່ບູຮານນະການ, ການຈັດງານແຂ່ງຂັນຄົນລາວຮ້ອງເພງຈີນຄັ້ງນີ້, ເປັນເວທີໃນການກ້າສະແດງອອກໃຫ້ແກ່ຄົນລາວທີ່ມັກຮັກໃນການຮ້ອງເພງຈີນ, ທັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງແຜນແມ່ບົດການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ການປະກອບສ່ວນໃນການສະເຫລີມສະ ຫລອງ ວັນຄົບຮອບ 65 ປີຂອງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນ 2026 ໃຫ້ເຕັມໄປດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ ແລະ ຟົດຟື້ນຍິ່ງຂຶ້ນ ແລະ ກິດຈະກໍາຄັ້ງນີ້, ບໍ່ພຽງແຕ່ເປັນການແລກປ່ຽນວັດທະນະທຳເທົ່ານັ້ນ, ແຕ່ຍັງເປັນການສະທ້ອນໃຫ້ເຫັນເຖິງສາຍພົວພັນອັນແໜ້ນແຟ້ນ ແລະ ສະທ້ອນໃຫ້ເຫັນເຖິງໄມຕີຈິດມິດຕະພາບ ຂອງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະ ການເປັນຄູ່ຮ່ວມຊາຕາກໍາຈີນ-ລາວ, ລາວ-ຈີນ ໂດຍຜ່ານກິດຈະກໍາແຂ່ງຂັນຮ້ອງເພງດັ່ງກ່າວ. ຄຽງຄູ່ກັນ, ການຈັດງານແຂ່ງຂັນຮ້ອງເພງ ຍັງເປັນມື້ກົງກັບວັນສະເຫລີມ ສະຫລອງບຸນໄຫວພະຈັນ ທີ່ເປັນບຸນປາງໃຫຍ່ທີ່ມີຄວາມໝາຍສໍາຄັນທາງດ້ານວັດທະນະທໍາ ແລະ ປະຫວັດສາດຂອງຈີນ ອີກດ້ວຍ.

ການແຂ່ງຂັນຄົນລາວຮ້ອງເພງຈີນຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະວັດທະນະທໍາລາວ ແລະ ຈີນ, ການແຂ່ງຂັນຮ້ອງເພງຢ່າງຄຶກຄື້ນມ່ວນຊື່ນ ຊຶ່ງໃນຮອບຊີງຊະນະເລີດ ມີຜູ້ແຂ່ງຂັນເຂົ້າຮ່ວມທັງໝົດ 12 ຄົນ ແລະ ຜູ້ທີ່ໄດ້ຮັບລາງວັນຊະນະເລີດແມ່ນໝາຍເລກ A8 ນາງ ວຽງສະໄໝ ຢ່າຢົງຊື, ຮອງຊະນະເລີດ ໝາຍເລກ A06 ນາງ ພັດທະນາ ພິມກັນຍາ ແລະ ໝາຍເລກ A10 ທ້າວ ພົງສະຫວັນ ແກ່ນຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments