Homeຂ່າວຕ່າງປະເທດພັນລະຍາຜູ້ນຳສູງສຸດຈີນ ແລະ ສະຫະລັດ ຢ້ຽມຢາມຫໍພິພິຕະພັນສິລະປະອາຊີແຫ່ງຊາດອາເມຣິກາ

ພັນລະຍາຜູ້ນຳສູງສຸດຈີນ ແລະ ສະຫະລັດ ຢ້ຽມຢາມຫໍພິພິຕະພັນສິລະປະອາຊີແຫ່ງຊາດອາເມຣິກາ

ຕອນທ່ຽງວັນທີ 24 ກັນຍານີ້ ຕາມເວລາທ້ອງຖິ່ນ, ທ່ານນາງ ເຜິງ ລີຢວນ ພັນລະຍາຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານນາງ ເມລະເນຍ ທຣຳ ພັນລະຍາຂອງ ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາ ໄດ້ຢ້ຽມຢາມຫໍພິພິຕະພັນສິລະປະອາຊີແຫ່ງຊາດອາເມຣິກາ.

ທ່ານນາງ ເຜິງ ລີຢວນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອາເມລິກາທີ່ໄດ້ສົ່ງວັດຖຸບູຮານ ຄືນໃຫ້ຈີນຫຼາຍເທື່ອໃນຫຼາຍປີມານີ້ ແລະ ຫວັງວ່າສອງຝ່າຍຈີນ-ອາເມຣິກາ ຈະສືບຕໍ່ເພີ່ມທະວີ ການແລກປ່ຽນ ດ້ານວັດທະນະທຳ ແລະ ການປົກປັກຮັກສາ ມໍລະດົກວັດທະນະທຳ ເພື່ອເສີມຂະຫຍາຍ ມິດຕະພາບລະຫວ່າງ ປະຊາຊົນສອງປະເທດ.

ພາຍຫຼັງຢ້ຽມຢາມ ຫໍພິພິຕະພັນດັ່ງກ່າວ, ທ່ານນາງ ເຜິງ ລີຢວນ ແລະ ທ່ານນາງ ເມລະເນຍ ທຣຳ ໄດ້ຊົມການຮ້ອງເພງ ຂອງຊາວໜຸ່ມອາເມຣິກາ, ພ້ອມທັງໂອ້ລົມ ກັບຊາວໜຸ່ມ ອາເມຣິກາ ຢ່າງສະໜິດ ສະໜົມ. ທ່ານນາງ ເຜິງ ລີຢວນ ໄດ້ຊຸກຍູ້ຊາວໜຸ່ມອາເມຣິກາ ໃຫ້ສືບຕໍ່ພະຍາຍາມຮຽນຮູ້ພາສາຈີນ ແລະ ວັດທະນະທຳຈີນ ເພື່ອກາຍເປັນຜູ້ສົ່ງຕໍ່ ມິດຕະພາບທີ່ດີລະຫວ່າງຈີນ ແລະ ອາເມຣິກາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments