Homeຂ່າວຕ່າງປະເທດຫວຽດນາມ ຈະຊຸກຍູ້ວົງເງິນຮັກສາສັນຕິພາບສາກົນ ເກືອບ 1,3 ລ້ານໂດລາ

ຫວຽດນາມ ຈະຊຸກຍູ້ວົງເງິນຮັກສາສັນຕິພາບສາກົນ ເກືອບ 1,3 ລ້ານໂດລາ

ວິທະຍຸກະຈາຍສຽງຫວຽດນາມ: ຫວຽດນາມ ຈະປະກອບສ່ວນວົງເງິນເກືອບ 1,3 ລ້ານໂດລາສະຫະລັດ ໃຫ້ແກ່ ງົບປະມານຮັກສາສັນຕິພາບສາກົນ. ນີ້ແມ່ນຄຳຢືນຢັນ ຂອງທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ໃນເວລາພົບປະກັບ ທ່ານ ອັນໂຕຣນິໂອ ກູເຕີຣເຣດສ (Antonio Guterres), ເລຂາທິການໃຫຍ່ສະຫະປະຊາຊາດ ເມື່ອວັນທີ 23 ກັນຍາ ຢູ່ນະຄອນນິວຢອກ, ໃນໂອກາດ ທີ່ ການນຳຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81.

ທ່ານ ໂຕເລີມ ໄດ້ເນັ້ນໜັກວ່າ ຈາກ ປະເທດ ທີ່ຮັບການ ໜູນຊ່ວຍ, ຫວຽດນາມ ໄດ້ຫັນໄປສູ່ ເປັນສະມາຊິກທີ່ຕັ້ງໜ້າ, ປະກອບສ່ວນ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ເຂົ້າໃນ ການປັບປຸງ ບົດບາດໃຈກາງ ຂອງ ສະຫະປະຊາຊາດ, ສະໜັບສະໜູນ “ຂໍ້ລິເລີ່ມການປະຕິຮູບ UN80” ເພື່ອຫັນບັນດາ ການເຄື່ອນໄຫວ ຂອງອົງການໃຫ້ ມີ ປະສິດທິຜົນ. ຫວຽດນາມ ຈະສືບຕໍ່ ເຂົ້າຮ່ວມ ການເຄື່ອນໄຫວ ຮັກສາ ສັນຕິພາບ ຢ່າງເລິກເຊິ່ງກວ່າ, ສະໜອງສຳນັກງານເຮັດວຽກ ໂດຍບໍ່ເກັບຄ່າ ໃຫ້ແກ່ ບັນດາ ອົງການ ສະຫະປະຊາຊາດ ຢູ່ປະຈຳ ຮ່າໂນ້ຍ ເປັນເວລາ 10 ປີ ດ້ວຍມູນຄ່າປະມານ 3 ລ້ານ ໂດລາ ສະຫະລັດ, ປະກອບສ່ວນ ວົງເງິນເກືອບ 1,3 ລ້ານໂດລາ ສະຫະລັດ ເຂົ້າງົບປະມານ ຮັກສາສັນຕິພາບ ສາກົນ ແລະ ກຽມພ້ອມຈະເປັນເຈົ້າພາບ ຈັດບັນດາກອງປະຊຸມໃຫຍ່. ສ່ວນທ່ານ ອັນໂຕຣນິໂອ ກູເຕີຣເຣດສ ໄດ້ຢືນຢັນວ່າ ຫວຽດນາມ ໄດ້ກາຍເປັນ ເສົາຄ້ຳ ສຳຄັນ ຂອງ ລັດທິຫລາຍຝ່າຍ ດ້ວຍການພົວພັນ ຮ່ວມມືແບບພິເສດ ແລະ ມີຄວາມແຕກຕ່າງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments