Homeຂ່າວຕ່າງປະເທດອິນເດຍ ປະກາດຫລຸດພາສີນຳເຂົ້ານ້ຳມັນພືດ ເພື່ອສະກັດກັ້ນລາຄາສິນຄ້າເພີ່ມສູງຂຶ້ນ

ອິນເດຍ ປະກາດຫລຸດພາສີນຳເຂົ້ານ້ຳມັນພືດ ເພື່ອສະກັດກັ້ນລາຄາສິນຄ້າເພີ່ມສູງຂຶ້ນ

ສຳນັກຂ່າວ ອິນໂຟເຄວ: ເມື່ອບໍ່ດົນມານີ້, ລັດຖະບານ ອິນເດຍ ໄດ້ປະກາດ ປັບຫລຸດ ອັດຕາ ພາສີພື້ນຖານ ສຳລັບ ການນຳເຂົ້າ ນ້ຳມັນພືດ ທັງຊະນິດ ນ້ຳມັນດິບ ແລະ ນ້ຳມັນ ທີ່ຜ່ານກຳມະວິທີ ລວມເຖິງ ນ້ຳມັນປາມ, ນ້ຳມັນຖົ່ວເຫລືອງ ແລະ ນ້ຳມັນດອກຕາເວັນ ເພື່ອຫລຸດຜ່ອນ ລາຄາສິນຄ້າ ທີ່ເພີ່ມສູງຂຶ້ນ ກ່ອນກ້າວເຂົ້າສູ່ ໄລຍະເທດສະການສຳຄັນ.

ໃນໄລຍະໜຶ່ງປີ ທີ່ຜ່ານມາ, ລາຄາ ນ້ຳມັນພືດ ພາຍໃນ ປະເທດ ອິນເດຍ ໄດ້ປັບຕົວສູງຂຶ້ນ ເກືອບ 20%. ການຫລຸດພາສີ ໃນຄັ້ງນີ້ ໂດຍມີ ເປົ້າໝາຍ ເພື່ອຊ່ວຍໃຫ້ ລາຄາ ນ້ຳມັນ ປະກອບ ອາຫານ ພາຍໃນ ປະເທດ ຫລຸດລົງ ພ້ອມທັງກະຕຸ້ນ ການບໍລິໂພກ ໃນໄລຍະ ເທດສະການ ສຳຄັນ ທາງສາສະໜາ ໃນລະຫວ່າງ ເດືອນກັນຍາ ຫາ ເດືອນພະຈິກ ເຊິ່ງເປັນ ໄລຍະ ທີ່ຄວາມຕ້ອງການ ບໍລິໂພກນ້ຳມັນ ສຳລັບ ເຮັດເຂົ້າໜົມຫວານ, ອາຫານຫວ່າງ ແລະ ອາຫານທອດ ມີຈຳນວນເພີ່ມສູງຂຶ້ນຫລາຍ.

ການປັບຫລຸດ ອັດຕາ ພາສີ ພື້ນຖານເຊັ່ນ: ນ້ຳມັນປາມດິບ ແລະ ນ້ຳມັນຖົ່ວເຫລືອງດິບ ຫລຸດພາສີຈາກ 10% ເຫລືອ 5%; ນ້ຳມັນປາມ ແລະ ນ້ຳມັນຖົ່ວເຫລືອງ ຜ່ານກຳມະວິທີ (ບໍລິສຸດ) ຫລຸດຈາກ 32,5% ເຫລືອ 27,5%; ນ້ຳມັນ ດອກຕາເວັນດິບ ປັບຫລຸດຈາກ 10% ເຫລືອ 0%; ນ້ຳມັນດອກຕາເວັນ ຜ່ານກຳມະວິທີ (ບໍລິສຸດ) ຫລຸດ 32,5% ເຫລືອ 22,5%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments