ໃນວັນທີ 26 ກັນຍາ 2026 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 10 ລາວ ເປັນມື້ຫໍ່ເຂົ້າສະຫລາກ ປະຈຳປີ 2026, ຊາວພຸດທະສາສະນິກະຊົນລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນໃສ່ບາດ ຖວາຍສັງຄະທານ ແລະ ນຳເອົາກວຍສະຫລາກ ໄປຖວາຍແກ່ພະສົງ ອົງຄະເຈົ້າ ຢູ່ຕາມວັດວາອາຮາມຕ່າງໆ.
ສະເພາະ ຢູ່ນະຄອນຫລວງວຽງຈັນ, ພຸດທະສາສະນິກະຊົນ ກໍໄດ້ຮ່ວມກັນ ໃສ່ບາດ-ຢາດນ້ຳ ຖວາຍສັງຄະທານ ແລະ ນຳເອົາກວຍສະຫລາກ ທີ່ເຮັດດ້ວຍໄມ້ໄຜ່ ທີ່ປະກອບດ້ວຍເຂົ້າ, ປາ, ອາຫານ, ເຄື່ອງປຸງປະເພດຕ່າງໆ, ຄຳໝາກ-ກອກຢາ, ໝາກໄມ້, ດອກໄມ້, ທູບ-ທຽນ ແລະ ເຄື່ອງໄຊຍະທານຕ່າງໆ (ຕາມທີ່ສັດທາຫາມາໄດ້) ໄປຖວາຍໃຫ້ແກ່ພະສົງ-ສາມະເນນ ຢູ່ຕາມວັດວາອາຮາມຕ່າງໆ ເພື່ອອຸທິດສ່ວນບຸນກຸສົນ ໄປຫາພໍ່ແມ່, ພີ່ນ້ອງ, ປູ່ຍ່າຕາຍາຍ ທີ່ລ່ວງລັບໄປແລ້ວ ເພື່ອເປັນບຸນກຸສົນ.
ບຸນຫໍ່ເຂົ້າສະຫລາກ, ເປັນບຸນໜຶ່ງໃນຮີດ 12 ຄອງ 14 ປະເພນີຂອງລາວເຮົາ ທີ່ເຄີຍປະພຶດຈັດຕັ້ງປະຕິບັດ ແລະ ສືບທອດກັນມາແຕ່ບູຮານນະການ ໃນທຸກໆປີຈົນເຖິງປັດຈຸບັນ, ເປັນປະເພນີທີ່ເຊື່ອວ່າໄດ້ເກີດຂຶ້ນ ໃນສະໄໝເຈົ້າສຸລິຍະວົງສາ ມີປະຫວັດຄວາມເປັນມາ ແຕ່ສະໄໝພຸດທະການ.

