ໃນວັນທີ 23 ກັນຍາ 2026, ທີ່ ນະຄອນນິວຢອກ, ສ ອາເມລິກາ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມ, ການພົບປະສອງຝ່າຍ ແລະ ເຂົ້າຮ່ວມກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81.
ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ອາມີນາ ເຈ. ໂມຮາມັດ (Ms. Amina J.Mohammed), ຮອງເລຂາທິການໃຫຍ່ອົງການ ສປຊ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ. ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ກັບການຮ່ວມມືທີ່ມີມາຢ່າງຍາວນານ. ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກັບ ການສະໜັບສະໜັບ ແລະ ການຊ່ວຍເຫລືອຕໍ່ກັບ ສປປ ລາວ ໄລຍະຜ່ານມາ ໂດຍສະເພາະແມ່ນຕໍ່ກັບການຈັດຕັ້ງປະຕິບັດວາລະ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ພ້ອມທັງແຈ້ງໃຫ້ຊາບວ່າ ປັດຈຸບັນ ສປປ ລາວ ກຳລັງຢູ່ໃນການກະກຽມການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈຄັ້ງທີ 4 ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເພື່ອລາຍງານຕໍ່ອົງການ ສປຊ. ນອກຈາກນັ້ນ, ຍັງໄດ້ສົນທະນາ ກ່ຽວກັບສໍາເລັດການສ້າງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສະບັບໃໝ່, ພ້ອມດ້ວຍບັນດາເອກະສານແຜນງານຮ່ວມ (Country Programme Documents) ສຳລັບປີ 2027-2031; ການສະໜັບສະໜູນຂໍ້ລິເລີ່ມ UN80 ແລະ ການປະຕິຮູບອົງການ ສປຊ. ໃນໂອກາດດຽວກັນ, ທ່ານ ນາງ ອາມີນາ ເຈ. ໂມຮາມັດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສປປ ລາວ ໃນການສະໜັບສະໜູນ ແລະ ໃຫ້ການຮ່ວມມືທີ່ດີກັບ ສປຊ ໄລຍະຜ່ານມາ ໂດຍສະເພາະແມ່ນສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນວຽກງານຫລາຍຝ່າຍ, ພ້ອມທັງຊົມເຊີຍ ສປປ ລາວ ຕໍ່ກັບຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ຍາດມາໄດ້ໄລຍະຜ່ານມາ ເປັນຕົ້ນ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ. ໃນຕອນທ້າຍ, ສອງຝ່າຍ ໄດ້ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນໃນອະນາຄົດ.
ໃນວັນດຽວກັນ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະພາການຮ່ວມມືເຂດອ່າວ (ASEAN-Gulf Cooperation Council) ຊຶ່ງກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດຂອບການຮ່ວມມື ASEAN-GCC ສຳລັບປີ 2024-2028, ການຮັດແໜ້ນການຮ່ວມມືທາງເສດຖະກິດ ແລະ ປຶກສາຫາລືການກະກຽມຈັດກອງປະຊຸມສຸດຍອດຄັ້ງທີ 3 ຂອງ ອາຊຽນ-ສະພາການຮ່ວມມືເຂດອ່າວ (Third ASEAN-GCC Summit) ໃນປີ 2027. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ໃຫ້ກຽດກ່າວຄໍາເຫັນໃນກອງປະຊຸມ ໂດຍຍມີເນື້ອໃນສໍາຄັນວ່າ: ສປປ ລາວ ສະແດງຄວາມຍິນດີຕໍ່ກັບການພົວພັນຮ່ວມມືລະ ຫວ່າງ ອາຊຽນ ແລະ ສະພາການຮ່ວມມືເຂດອ່າວ ທີ່ນັບມື້ນັບເສີມຂະຫຍາຍຂຶ້ນເທື່ອລະກ້າວ. ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ກັບຂອບການຮ່ວມມື ASEAN-GCC ສໍາລັບປີ 2024-2028 ຊຶ່ງເປັນພື້ນຖານອັນສໍາຄັນໃຫ້ແກ່ການເສີມຂະຫຍາຍການຮ່ວມມືຂອງໃນອະນາຄົດ. ໃນສະພາບເງື່ອນໄຂດັ່ງ ກ່າວ, ເຫັນວ່າ ພວກເຮົາຄວນສຸມໃສ່ການຫັນຂອບການຮ່ວມມືດັ່ງກ່າວ ໄປສູ່ການຮ່ວມມືທີ່ເປັນຮູບປະທຳ ແລະ ມີຜົນປະໂຫຍດຮ່ວມກັນ, ນຳເອົາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນ.

ນອກຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ເພື່ອສະເຫລີມສະຫລອງຄົບຮອບ 40 ປີ ຂອງຖະແຫລງການວ່າດ້ວຍສິດໃນການພັດທະນາ. ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຕາງໜ້າໃຫ້ ຄະນະຜູ້ແທນ ສປປ ລາວ ກ່າວຄໍາເຫັນວ່າ: ສປປ ລາວ ຮັບຮູ້ສິດໃນການພັດທະນາວ່າແມ່ນສິດມະນຸດທີ່ສຳຄັນ ຊຶ່ງບໍ່ສາມາດຕັດແຍກອອກຈາກກັນໄດ້ ໂດຍສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ ແລະ ນະໂຍບາຍການພັດທະນາແຫ່ງຊາດ. ສປປ ລາວ ສືບຕໍ່ໃຫ້ຄຳໝັ້ນສັນຍາທີ່ຈະສ້າງສະພາບແວດລ້ອມທີ່ປະຊາຊົນທຸກຄົນສາມາດມີສ່ວນຮ່ວມ, ປະກອບສ່ວນ ແລະ ໄດ້ຮັບຜົນປະໂຫຍດຈາກການພັດທະນາໃນທຸກດ້ານ. ການພັດທະ ນາ ສປປ ລາວ ແມ່ນໄດ້ອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ຊຶ່ງແຜນຄັ້ງທີ X ກໍຄື ແຜນປັດຈຸບັນແມ່ນໄດ້ເນັ້ນໜັກໃສ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ). ເພື່ອບັນລຸເປົ້າໝາຍຕ່າງໆທີ່ກຳນົດໄວ້ໃນຖະແຫລງການດັ່ງກ່າວ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມເຈລະຈາ, ພາກສ່ວນທີ່ກ່ຽວຂ້ອງກັບການພັດທະນາ ແລະ ປະຊາຄົມສາກົນ. ໃນໂອກາດດຽວກັນ, ທ່ານ ອັນໂຕນີໂອ ກູເຕີເຣດ ເລຂາທິການໃຫຍ່ ອົງການ ສປຊ ໄດ້ກ່າວຄໍາເຫັນສໍາຄັນວ່າ: ການພັດທະນາແມ່ນຕ້ອງປະຕິບັດໃຫ້ທົ່ວເຖິງ, ມີຄວາມເທົ່າທຽມ, ຍືນຍົງ, ຖືເອົາປະຊາຊົນເປັນໃຈກາງ ແລະ ປະຊາຊົນ ລວມທັງຊຸມຊົນຕ່າງໆຄວນໄດ້ຮັບຜົນປະໂຫຍດ ຫລາຍກວ່າການຖິ້ມປະຄົນບາງກຸ່ມໄວ້ທາງຫລັງ. ສິດໃນການພັດທະນາຄວນເປັນແນວທາງ ໄປສູ່ການແກ້ໄຂບັນຫາສິ່ງທ້າທາຍໃໝ່ ເຊັ່ນ: ການຫັນປ່ຽນດ້ານດີຈິຕອນ, ປັນຍາປະດິດ (AI) ແລະ ການປ່ຽນແປງດິນຟ້າອາກາດ.
ໃນເວລາຕໍ່ມາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມງານລະດັບສູງ ກ່ຽວກັບການເງິນສໍາລັບການສຶກສາໃນຍຸກໃໝ່, ຊຶ່ງງານລະດັບສູງດັ່ງກ່າວ ແມ່ນສຸ່ມໃສ່ການລະດົມທຶນສໍາລັບການສຶກສາ ແນໃສ່ຊ່ວຍເຫລືອປັບປຸງລະບົບການສຶກຂອງບັນດາປະເທດກຳລັງພັດທະນາ ແລະ ເປີດໂອກາດໃຫ້ເດັກໃນການຮຽນຮູ້ຢ່າງມີປະ ສິດທິພາບ; ການໃຫ້ຄວາມໝາຍໝັ້ນທາງການເງິນຮອບໃໝ່ສໍາລັບການສຶກສາ ໂດຍຜ່ານ ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ, ພ້ອມທັງສົ່ງເສີມການລະດົມທຶນພາຍໃນປະເທດ, ຄຽງຄູ່ກັບການຊ່ວຍເຫລືອຂອງສາກົນ.

ພ້ອມກັນນີ້, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ກ່ຽວກັບການປ້ອງກັນ, ການກະກຽມຄວາມພ້ອມ ແລະ ການຮັບມືຕໍ່ກັບພະຍາດລະບາດ ເພື່ອກະກຽມສໍາຄັນການແພ່ລະບາດຂອງພະຍາດໃນອະນາຄົດ. ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄພວັນ ແກ້ວປະເສີດ ຕາງໜ້າໃຫ້ຄະນະຜູ້ແທນ ສປປ ລາວ ກໍໄດ້ເປັນຜູ້ຮ່ວມສົນທະນາ (Panelist) ໃນກອງປະຊຸມ ເພື່ອແລກປ່ຽນທັດສະນະຕໍ່ກັບວຽກງານດັ່ງກ່າວ.
ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ອຶ່ນໆຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມ ການຈັດຕັ້ງປະຕິບັດເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການຂ້າມຜ່ານທີ່ຍຸຕິທໍາ; ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກຸ່ມປະເທດ G77 ຄັ້ງທີ 38; ກອງປະຊຸມ ຄວາມມຸ່ງຫວັງໃນເຂດທະເລຫລວງ ແລະ ຍັງໄດ້ພົບປະສອງຝ່າຍກັບ ອົງການຮ່ວມມືດ້ານດີຈິຕອນ ແລະ ສູນຄັງປັນຍາສາກົນສໍາລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ.

