Homeຂ່າວພາຍໃນຄະນະຊີ້ນໍາການປະຕິບັດບົດບັນທຶກ ກ່ຽວກັບຄວາມປອດໄພຂອງການຂົນສົ່ງທາງນໍ້າ ລາວ-ໄທ ຈັດກອງປະຊຸມຄັ້ງປະຖົມມະລືກ

ຄະນະຊີ້ນໍາການປະຕິບັດບົດບັນທຶກ ກ່ຽວກັບຄວາມປອດໄພຂອງການຂົນສົ່ງທາງນໍ້າ ລາວ-ໄທ ຈັດກອງປະຊຸມຄັ້ງປະຖົມມະລືກ

ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະຊີ້ນຳລວມສອງຝ່າຍ (Bilateral Steering Committee – BSC) ເພື່ອຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍລະບຽບການຮ່ວມກັນກ່ຽວກັບຄວາມປອດໄພຂອງການເດີນເຮືອ ແລະ ການປ້ອງກັນມົນລະພິດ ຢູ່ຕາມແມ່ນ້ຳຂອງ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ຈັດຂຶ້ນໃນວັນທີ 24-25 ກັນຍາ 2026 ຢູ່ນະຄອນ ຫລວງພະບາງ, ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳຫລ້າ ພົມມະວັນ ຫົວໜ້າກົມທາງນ້ຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ, ແລະ ທ່ານ ວິວັດ ຊິດເຊີດວົງ ຊຶ່ງເປັນຕົວແທນຈາກ ກົມເຈົ້າທ່າ ແຫ່ງ ລາຊະອານາຈັກໄທ, ມີຫົວໜ້າກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ຫົວໜ້າພະແນກແຜນການ ແລະ ກອງເລຂາຄະນະກຳມາທິການແມ່ນ້ຳຂອງ (MRCS) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.

ຈຸດປະສົງຫລັກຂອງກອງປະຊຸມໃນຄັ້ງນີ້ ເພື່ອສ້າງຕັ້ງຄະນະກຳມະການຊີ້ນຳສອງຝ່າຍຢ່າງເປັນທາງການ ແລະ ຮັບຮອງເອົາເງື່ອນໄຂການປະຕິບັດງານ (TOR); ແຕ່ງຕັ້ງຄະນະວິຊາການ ຈາກທັງສອງຝ່າຍ ເຂົ້າໃນຄະນະກຳມະການ; ສ້າງແຜນຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອຈັດຕັ້ງປະຕິບັດເອກະສານຊ້ອນທ້າຍ 5 ສະບັບທໍາອິດ ໄປຈົນເຖິງປີ 2030 ແລະ ວາງແຜນສືບຕໍ່ໃນອະນາຄົດ. ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ລົງຢ້ຽມຍາມ ມະຫາວິທະຍາໄລສຸພານຸວົງ ແລະ ທ່າເຮື່ອໃນເຂດຕົວເມືອງຫລວງພະບາງ ເພື່ອສັງເກດສະພາບການເດີນເຮືອຕົວຈິງ, ການຄຸ້ມຄອງທ່າເຮືອ, ສິ່ງທ້າທາຍດ້ານຄວາມປອດໄພ, ມາດຕະການຕອບໂຕ້ເຫດສຸກເສີນ ກ່ຽວກັບການຮົ່ວໄຫລຂອງນ້ຳມັນ ແລະ ເພື່ອພົບປະກັບສະມາຄົມເຮືອໃນທ້ອງຖິ່ນ.

ຜົນສຳເລັດຂອງກອງປະຊຸມຄັ້ງນີ້, ຖືເປັນການຫັນເອົານະໂຍບາຍ ແລະ ຂໍ້ຕົກລົງລະດັບມະຫາພາກ ມາສູ່ມາດຕະຖານເຕັກນິກ ແລະ ກົນໄກບໍລິຫານທີ່ແທ້ຈິງຢູ່ຕາມລຳນ້ຳຂອງ. ການກຳນົດມາດຕະ ຖານໂຄງສ້າງເຮືອ, ລະບົບສື່ສານນຳທາງ, ເຄື່ອງໝາຍເດີນເຮືອ ແລະ ຫລັກການກູ້ໄພພາຍໃຕ້ “ການບັນຊາຮ່ວມ” ຈະຊ່ວຍຫລຸດຜ່ອນອຸບັດເຫດ, ປ້ອງກັນມົນລະພິດ ແລະ ຍົກລະດັບປະສິດທິພາບການຂົນສົ່ງສິນຄ້າ ແລະ ທ່ອງທ່ຽວຂ້າມຊາຍແດນໃຫ້ມີຄວາມກົມກຽວກັນ. ຜົນຂອງກອງປະຊຸມ ຈະນຳໄປລາຍງານຕໍ່ກອງປະຊຸມສະພາຄະນະກຳມາທິການແມ່ນ້ຳຂອງສາກົນ ໃນເດືອນພະຈິກ 2026 ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments