Homeຂ່າວໜ້າໜຶ່ງສປປ ລາວ ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 81

ສປປ ລາວ ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 81

ໃນໂອກາດກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81 ທີ່ພວມດຳເນີນຢູ່ ນິວຢອກ, ສະຫະລັດ ອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ພົບປະສອງຝ່າຍກັບບັນດາປະເທດເພື່ອນມິດ ແລະ ອົງການເຄືອຄ່າຍ ສປຊ.

ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນທ້າຍປີ 2026 ໃນກອງປະຊຸມປະຈຳປີ ລະດັບລັດຖະມົນຕີ ສຳລັບປະເທດດ້ອຍພັດທະນາ (LDCs) ຈັດຂຶ້ນໂດຍພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດ ເນປານ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢໍ້າຄືນຄວາມໝາຍໝັ້ນອັນໜັກແໜ້ນ ຂອງ ສປປ ລາວ ເພື່ອຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນທ້າຍປີ 2026. ໃນນີ້, ກອງປະຊຸມ ໄດ້ຢໍ້າຄືນຄວາມສໍາຄັນໃນການເລັ່ງລັດການ ຈັດຕັ້ງປະຕິບັດແຜນປະຕິບັດງານ ໂດຮາ ແລະ ເປົ້າໝາຍການພັດທະນາແບບຍືນຍົງຢ່າງເຕັມສ່ວນ. ສໍາລັບ ສປປ ລາວ, ທ່ານ ທອງສະຫວັນ ໄດ້ຍົກໃຫ້ເຫັນວ່າ ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ບໍ່ແມ່ນຈຸດສິ້ນສຸດ ຂອງວຽກງານການພັດທະນາ, ແຕ່ເປັນຂີດໝາຍທາງປະຫວັດສາດ ແລະ ບາດກ້າວໃໝ່ ຂອງການພັດທະນາ ທີ່ມີຄຸນະພາບ ແລະ ຍືນຍົງ. ພ້ອມກັນນັ້ນ, ທ່ານ ຮອງນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາ ສືບຕໍ່ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນ ທີ່ມີຄວາມສອດຄ່ອງກັບຄວາມຕ້ອງການທາງດ້ານການພັດທະນາ ຂອງບັນດາປະເທດ ທີ່ຢູ່ໃນຂະບວນການຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ (LDCs) ຫລື ໄດ້ຫລຸດພົ້ນອອກຈາກສະຖານະພາບດັ່ງກ່າວ ແຕ່ຍັງສືບຕໍ່ຢູ່ໃນໄລຍະຂ້າມຜ່ານ ເພື່ອຮັບປະກັນໃຫ້ແກ່ການພັດ ທະນາທີ່ມີຄຸນນະພາບ ແລະ ຍືນຍົງ, ພ້ອມທັງສາມາດຮັບມືກັບສິ່ງທ້າທາຍຂອງຍຸກສະໄໝໃໝ່ ໄດ້ຢ່າງທັນການ ແລະ ມີປະສິດທິພາບ.

ສປປ ລາວ ຍົກສູງຄວາມສໍາຄັນຂອງວຽກງານການເຊື່ອມໂຍງ ໃນກອງປະຊຸມປະຈໍາປີ ລັດຖະມົນຕີກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ກອງປະຊຸມປະຈຳປີ ລັດຖະມົນຕີ ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດແຜນງານ Awaza (Awaza Programme of Action) ສໍາລັບສົກປິ 2024-2034 ຢ່າງເປັນຮູບປະທໍາ. ກອງປະຊຸມຄັ້ງນີ້ ໄດ້ສະແດງຄວາມຍິນດີຕໍ່ການແຕ່ງຕັ້ງຄະນະກໍາມະການລະດັບສູງ ເພື່ອອຳນວຍຄວາມສະດວກດ້ານການຂົນສົ່ງຂ້າມຊາຍແດນ ໂດຍເລຂາທິການໃຫຍ່ ສປຊ, ຊຶ່ງເປັນໜຶ່ງໃນຂໍ້ລິເລີ່ມ ພາຍໃຕ້ແຜນງານ Awaza.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນ ຂອງ ສປປ ລາວ ໃນວຽກງານການເຊື່ອມໂຍງ-ເຊື່ອມຈອດ ເປັນຕົ້ນແມ່ນ ໂຄງການລົດໄຟລາວ-ຈີນ, ການເປີດນໍາໃຊ້ທ່າເຮືອຫວຸ່ງອ່າງ ແລະ ການເຂົ້າຮ່ວມແລວທາງລົດໄຟທີ 2 ຂອງອົງການຮ່ວມມືທາງລົດໄຟສາກົນ (OSJD) ໂດຍມີເປົ້າໝາຍແນໃສ່ຈັດຕັ້ງຜັນຂະຫຍາຍຍຸດທະສາດການຫັນປ່ຽນຈາກປະເທດ “ທີ່ບໍ່ມີຊາຍແດນຕິດຈອດກັບທະເລ” ໄປສູ່ “ປະເທດເຊື່ອມໂຍງ-ເຊື່ອມຈອດ ໃຫ້ເປັນຮູບປະທໍາຢ່າງແທ້ຈິງ.

ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການລັດຖະມົນຕີ LLDC ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ສອງຂົງເຂດບຸລິມະສິດ ຄື: ການເຫັນປ່ຽນທາງດ້ານດີຈິຕອນ ແລະ ການສ້າງຄວາມແຂງ ເພື່ອຮັບມືກັບໄພຂົ່ມຂູ່ທີ່ເກີດຈາກສະພາບການປ່ຽນແປງດິນຟ້າອາກາດ.

ລາວ-ອົດສະຕຣາລີ ຮັດແໜ້ນສາຍພົວພັນຮ່ວມມື ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະ ແລະ ແລກປ່ຽນກັບ ທ່ານ ນາງ ເພັນນີ ວອງ(Penny Wong) ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ເພື່ອຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ. ໃນໂອກາດນີ້, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກ ຜົນຂອງການພົວພັນຮ່ວມມື ໃນໄລຍະຜ່ານມາ ພ້ອມທັງແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ສໍາລັບການຮ່ວມມື ພາຍໃຕ້ຂອບອາຊຽນ, ສປປ ລາວ ແລະ ອົດສະຕຣາລີ ໄດ້ຢໍ້າຄວາມສໍາຄັນ ຂອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ກໍຄື ການປະກອບສ່ວນອັນສໍາຄັນ ຂອງອົດສະຕຣາລີ ເຂົ້າໃນຄວາມພະຍາຍາມ ຂອງອາຊຽນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ. ພິເສດ, ໄດ້ຊົມເຊີຍຜົນສຳເລັດ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນເດືອນກໍລະກົດ ທີ່ຜ່ານມາ ໂດຍສະເພາະການຮັບຮອງເອົາຖະແຫລງການຮ່ວມລັດຖະມົນຕີຕ່າງປະ ເທດ ອາຊຽນ-ອົດສະຕຣາລີ ວ່າດ້ວຍສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້. ບົນຈິດໃຈດັ່ງກ່າວ, ທັງສອງຝ່າຍ ໄດ້ຢໍ້າຄືນຄວາມໝາຍໝັ້ນຮ່ວມກັນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທັງພາຍໃຕ້ຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຍືນຍົງ ຢູ່ໃນພາກພື້ນ ແລະ ທົ່ວໂລກ.

ລາວ-ຣູວັນດາ ຊຸກຍູ້ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ພົບປະກັບ ທ່ານ Olivier Jean Patrick Nduhungirehe, ລັດຖະມົນຕີຕ່າງປະເທດ ຣູວັນດາ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣູວັນດາ ໂດຍຊຸກຍູ້ການຮ່ວມມືທາງດ້ານການຄ້າ, ການລົງທຶນ, ກະສິກຳ, ແຮງງານ ແລະ ບໍ່ແຮ່. ພ້ອມກັນນັ້ນ, ໃນນາມຕາງໜ້າໃຫ້ແກ່ເລຂາທິການໃຫຍ່ ຂອງອົງການ ຟຣັງໂກໂຟນີ, ທ່ານ ລັດຖະມົນຕີຕ່າງປະເທດ ຣູວັນດາ ໄດ້ສະແດງຄວາມຍິນດີ ເພື່ອຕ້ອນຮັບຄະນະຜູ້ແທນ ສປປ ລາວ ໃນໂອກາດທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ທີ່ມີແຜນຈະຈັດຂຶ້ນໃນເດືອນ ພະຈິກ 2026 ທີ່ຈະມາເຖິງນີ້.

UNESCAP ຢືນຢັນຄວາມໝາຍໝັ້ນໃນການສະໜັບສະໜູນ ສປປ ລາວ ໃນໄລຍະຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນໂອກາດພົບປະກັບ ທ່ານ ນາງ Armina Salsiah Alisjahbana, ຮອງເລຂາທິການໃຫຍ່ ອົງການ ສປຊ, ເລຂາບໍລິຫານຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ ຂອງອົງການ ສປຊ (UNESCAP), ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ທຶນຮອນ ຂອງ UNESCAP ໃນໄລຍະທີ່ຜ່ານມາ. ທ່ານ ຮອງເລຂາທິການໃຫຍ່ ອົງການ ສປຊ ໄດ້ຢືນຢັນຄືນຄວາມໝາຍໝັ້ນໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງ 2030, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ 10, ລວມທັງການຮ່າງບົດລາຍງານແຫ່ງຊາດ ແບບສະໝັກໃຈ ສະບັບ ທີ 4 (VNR4). ສໍາຄັນ, ເພື່ອຮັບປະກັນໃຫ້ແກ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທ່ານ ຮອງເລຂາທິການໃຫຍ່ ຍັງໄດ້ໃຫ້ຄວາມໝາຍໝັ້ນໃນສະໜັບສະໜູນຄວາມພະຍາຍາມ ຂອງ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງ ທີ່ມີຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ຊຶ່ງເປັນໜຶ່ງໃນວຽກງານທີ່ສໍາຄັນ ຂອງອົງການ ສປຊ ພາຍໃຕ້ສະມັດຊາໃຫຍ່ ສປຊ ສະໄໝທີ 81.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments