ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ – ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 3 ຂອງການແຂ່ງຂັນ ຊຶ່ງໃນວັນທີ 22 ກັນຍານີິ້, ມີຊີງໄຊກັນ 25 ຫຼຽນຄຳ ໃນ 10 ປະເພດກິລາຄື: ລອຍນໍ້າ 6 ຫຼຽນ, ສິລະປະການຕໍ່ສູ້ 6 ຫຼຽນ, ຄາຣາເຕ້ 4 ຫຼຽນ, ຟັນດາບ 2 ຫຼຽນ, ວູຊູ 2 ຫຼຽນ, ຄຣິກເກັດ 1 ຫຼຽນ, ລົດຖີບ 1 ຫຼຽນ, ຍິມນາສຕິກ 1 ຫຼຽນ, ບານສົ່ງຍິງ 1 ຫຼຽນ ແລະ ຍິງປືນ 1 ຫຼຽນ.
ສໍາລັບການແຂ່ງຂັນບານສົ່ງຍິງ ໃນການຊີງທີ 3 ຫຼື ຊີງຫຼຽນທອງ, ທີມຊາດໄທ ທີ່ເສຍໃຫ້ທີມຊາດຈີນ 2 – 3 ເຊັດໃນຮອບຮອງຊະນະເລີດ ພົບກັບທີມຊາດ ສ ເກົາຫຼີ ທີ່ເສຍໃຫ້ທີມຊາດຍີ່ປຸ່ນ 0 – 3 ເຊັດ ຊຶ່ງແຂ່ງກັນໃນເວລາ 14:00 ໂມງ. ຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ເປັນການພົບກັນລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບ ກັບ ທີມຊາດຈີນ ໃນເວລາ 17:20 ໂມງ.

ມື້ທີ 3 ຂອງການແຂ່ງຂັນ, ທີມຊາດຈີນ ຍັງນໍາໜ້າໃນການຄອງເຈົ້າຫຼຽນຄຳ ໂດຍໄດ້ໄປທັງໝົດ 23 ຫຼຽນຄຳ, 10 ຫຼຽນເງິນ, 5 ຫຼຽນທອງ, ອັນດັບ 2 ເຈົ້າພາບຍີ່ປຸ່ນໄດ້ 8 ຫຼຽນຄຳ, 12 ຫຼຽນເງິນ, 12 ຫຼຽນທອງ ແລະ ອັນດັບ 3 ສເກົາຫຼີ 5 ຫຼຽນຄຳ, 3 ຫຼຽນເງິນ, 15 ຫຼຽນທອງ.
ຕາລາງຫຼຽນຄຳເອຊຽນເກມ ໄລ່ມາຮອດເວລາ 18 ໂມງຂອງວັນທີ 21 ກັນຍາ

