ວັນທີ 21 ກັນຍາ 2026, ສະຫາຍຟ້າມຢາຕຸກ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ຮອງນາຍົກລັດຖະມົນຕີຫວຽດນາມ ຜູ້ປະຈໍາການ ພ້ອມດ້ວຍຄະນະຜູ້ເເທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລາວຢ່າງເປັນທາງການ, ຕອນເຊົ້າສະຫາຍ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ໂຄງການສ້າງຖານ ຂໍ້ມູນຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງລາວ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ຢ້ຽມຢາມໂຄງການກໍ່ສ້າງສູນບັນຊາ ກະຊວງປ້ອງກັນຄວາມສະຫງົບ ໃຫ້ການຕ້ອນຮັບໂດຍ ພົນຕີ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກ່ໍສ້າງຮາກຖານ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການສ້າງຖານຂໍ້ມູນຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວ ພົນລະເມືອງລາວ ເປັນລະບົບທັນສະໄໝ ເຮັດໃຫ້ການສ້າງຖານຂໍ້ມູນພົນລະເມືອງລາວມີຄວາມໜາແໜ້ນ ຄົບຖ້ວນສົມບູນຂຶ້ນ ແລະ ຮັບປະກັນໄດ້ຄວາມປອດໄພ; ມາຮອດປັດຈຸບັນ ໂຄງການນີ້ແມ່ນມີຜົນສຳເລັດຕາມລະດັບຄາດໝາຍ. ພ້ອມດຽວກັນນີ້, ຄະນະຜູ້ແທນທັງສອງຝ່າຍໄດ້ຮ່ວມຮັບຊົມວິດີໂອທີ່ກ່ຽວຂ້ອງການຈັດຕັ້ງປະຕິບັດໂຄງການນຳອີກ.

ຫຼັງຈາກນັ້ນ, ສະຫາຍ ຟ້າມຢາຕຸກ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງສູນບັນຊາ ກະຊວງປ້ອງກັນຄວາມສະຫງົບ ເຂດສະໜາມມ້າ, ເດີນທາງໄປຢ້ຽມຢາມສວນມິດຕະພາບລາວ-ຫວຽດນາມ,ສໍາຫຼວດບ່ອນວາງສີລາລຶກສະຖານທີ່ກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ສ່ວນຕອນບ່າຍສະຫາຍ ຟ້າມຢາຕຸກ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອປຶກສາຫາລືບັນຫາຕ່າງໆທີ່ມີຄວາມສົນໃຈຮ່ວມກັນ. ຈາກນັ້ນ, ສະຫາຍໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງ ພັກ ນາຍົກລັດຖະມົນຕີ, ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ. ສ່ວນຕອນຄໍ່າໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດເປັນກຽດໂດຍສະຫາຍສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ. ຫຼັງຈາກນັ້ນ,ສະຫາຍ ຟ້າມຢາຕຸກ ພ້ອມດ້ວຍຄະນະຜູ້ເເທນຂັ້ນສູງຫວຽດນາມໄດ້ເດີນທາງກັນຄືນປະເທດ.

