Homeທຸລະກິດກຽມພົບກັບມະຫາກໍາ ສີມືຫັດຖະກໍາລາວ ໃນທ້າຍເດືອນຕຸລານີ້

ກຽມພົບກັບມະຫາກໍາ ສີມືຫັດຖະກໍາລາວ ໃນທ້າຍເດືອນຕຸລານີ້

ສະມາຄົມຫັດຖະກຳລາວ ຮ່ວມກັບກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ກຽມຈະຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 8 ພະຈິກ 2026 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍຈະຮວບຮວມເອົາແຜ່ນແພ (ຜ້າໄໝ, ຜ້າຝ້າຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ); ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫລັກ, ເຄື່ອງດົນຕີພື້ນເມືອງ); ອາຫານພື້ນເມືອງ, ສະໝູນໄພ ແລະ ຫັດຖະກຳບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມວາງສະແດງ ຫລາຍກວ່າ 200 ຫ້ອງ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ໄດ້ກ່າວໃນງານຖະແຫລງຂ່າວໃນວັນທີ 21 ກັນຍາ 2026 ວ່າ: ມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 25 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” ເພື່ອສະເຫລີມສະຫລອງ “ວັນຫັດຖະກໍາແຫ່ງຊາດ ວັນທີ 1 ພະຈິກ” ແລະ ສະຫລອງຄົບຮອບ 25 ປີ ມະຫາກຳສີມືຫັດຖະກຳລາວ. ນອກຈາກນີ້, ຍັງເປັນການສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົົມທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫລ ໃນຄວາມມະຫັດສະຈັນຂອງສີ ໄມ້ລາຍມື ຂອງຊາວຊ່າງຫັດຖະກໍາລາວ, ເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກທ້ອງຖິ່ນໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງ ເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບຂອງບັນດາຊົນເຜົ່າໃຫ້ນັບມື້ດີຂຶ້ນ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫລາດ ຫລື ມີບ່ອນຂາຍ ຜະລິດຕະພັນຫັດຖະກໍາຂອງຕົນ, ພ້ອມທັງ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ທັງເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານ ໃນການແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ, ສ້າງບັນຍາກາດການທ່ອງທ່ຽວດ້ານຫັດຖະກຳພາຍໃນນະຄອນຫລວງວຽງຈັນ ໃຫ້ມີຄວາມຟົດຟື້ນ.

ໂອກາດນີ້, ທ່ານ ວິລະກອນ ພິລົມລັກ ຮອງຫົວໜ້າກົມສົ່ງເສີມ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ນອກຈາກຈະມີວາງວະແດງ ແລະ ຂາຍຜະລິດຕະພັນຫັດຖະກໍາແລ້ວ ພາຍໃນງານຍັງມີຫລາຍກິດຈະກໍາ ເປັນຕົ້ນ ກິດຈະກຳຍ່າງເພື່ອສະເຫລີມສະຫລອງ ວັນຫັດຖະກຳລາວ ວັນທີ 1 ພະຈິກ, ການປະກວດທິດາຫັດຖະກຳ, ກິດຈະກໍາວາງສະແດງ ແລະ ຂາຍສິນຄ້າຫັດຖະກຳຂອງບັນດາຊົນເຜົ່າຈາກແຂວງຕ່າງໆ, ກິດຈະກຳສາທິດຂັ້ນການຜະລິດສິນຄ້າຫັດຖະກຳ ຂອງຊາວຊ່າງຫັດ ຖະກຳລາວ ທີ່ມາຈາກ 18 ແຂວງທົ່ວປະເທດ, ວິຖີຕະຫລາດບູຮານ, ກິດຈະກໍາສໍາມະນາແລກປ່ຽນຄວາມຮູ້ ທີ່ໜ້າສົນໃຈຫລາຍຫົວຂໍ້, ປະກວດແຂ່ງຂັນຜະລິດຕະພັນຫັດຖະກຳດີເດັ່ນປະຈໍາປີ, ສະແດງສິລະປະວັນນະຄະດີພື້ນເມືອງ, ສອນການປະດິດເຄື່ອງທີ່ລະນຶກຈາກວັດຖຸເສດເຫລືອ. ໃນຄໍ່າຄືນ ຂອງວັນທີ 6 ພະຈິກ 2026 ທ່ານຈະໄດ້ພົບງານເດີນແບບອາພອນລາວບັນດາເຜົ່າ ແລະ ກິດຈະກຳອື່ນໆທີ່ຫລາກຫລາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments