ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026 ທີ່ນະຄອນນານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນໍາສະເໜີເນື້ອໃນ ພາຍໃນຫ້ອງວາງສະ ແດງ.
ຫ້ອງວາງສະແດງດັ່ງກ່າວ, ໄດ້ນໍາສະເໜີຈຸດເດັ່ນ ຂອງແຂວງເຊກອງ ທັງດ້ານການທ່ອງທ່ຽວທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ສິນຄ້າກະສິກໍາ, ຫັດຖະກໍາ ແລະ ທ່າແຮງດ້ານການລົງທຶນ, ພ້ອມທັງ ນໍາໃຊ້ຮູບພາບ ແລະ ສື່ປະກອບທີ່ສວຍງາມ ເພື່ອໃຫ້ຜູ້ມາຊົມໄດ້ຮັບຮູ້ເຖິງເອກະລັກ ແລະ ສະເໜ່ຂອງແຂວງເຊກອງ ຢ່າງກວ້າງຂວາງ.

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ, ກອງເລຂາຄະນະຮັບຜິດຊອບຂັ້ນແຂວງເຂົ້າຮ່ວມງານ ໄດ້ກ່າວວ່າ: ການທີ່ໄດ້ຮັບລາງວັນດັ່ງກ່າວ, ແມ່ນເປັນກຽດຢ່າງສູງຂອງຫ້ອງວາງສະແດງ ແຫ່ງຊາດ ແລະ ເປັນກໍາລັງໃຈສໍາຄັນ ໃຫ້ແຂວງເຊກອງສືບຕໍ່ຍົກສູງການປັບປຸງຜະລິດຕະພັນສິນຄ້າທ່າແຮງຂອງແຂວງ, ການສົ່ງເສີມສິນຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກໍຄື ທ່າແຮງຂອງແຂວງໃຫ້ເປັນທີ່ຮູ້ຈັກຫລາຍຂຶ້ນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈການນໍາພັກ-ລັດຖະບານ ທັງສອງຝ່າຍ, ການນໍາຂອງແຂວງ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ-ແຂວງ ແລະ ຍ້ອງຍໍຊົມເຊີຍພະນັກງານ-ລັດຖະກອນ, ຄະນະຮັບຜິດຊອບຈັດງານ CAEXPO ຄັ້ງທີ 23 ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ທີ່ໄດ້ທຸ່ມເທກໍາລັງແຮງກາຍ, ຄວາມສາ ມາດ ຈົນສາມາດນໍາພາບພົດ “ແຂວງເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ອອກສູ່ສາຍຕາຂອງສາກົນ ໄດ້ຢ່າງໂດດເດັ່ນ ແລະ ມີຜົນສໍາເລັດ.

