Homeຂ່າວພາຍໃນຍົກລະດັບຄວາມຮູ້ການນໍາໃຊ້ປັນຍາປະດິດ

ຍົກລະດັບຄວາມຮູ້ການນໍາໃຊ້ປັນຍາປະດິດ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບ ມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນໍາໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດ ທິພາບ ການປະຕິບັດໜ້າທີ່ໃນອົງກອນ ສໍາລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນໍາໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ຮາລິອຸນໂກ ກັນບັດ ຜູ້ຕາງໜ້າອົງການມູນນິທິເອເຊຍ, ມີຮອງປະທານຄະນະບໍລິຫານງານ ສສຍລ, ຕາງໜ້າຈາກສະຫະພັນແມ່ຍິງກະຊວງ-ອົງການ ແລະ ພະນັກງານ ສສຍລ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້, ແນໃສ່ຍົກລະດັບທັກສະການປະຍຸກໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນການເຮັດວຽກປະຈຳວັນຢ່າງມີປະສິດທິພາບ ໂດຍເນັ້ນໃສ່ການນຳໃຊ້ AI ຢ່າງມີຄວາມຮັບຜິດ ຊອບ, ການຄຳນຶງຄວາມປອດໄພຂອງຂໍ້ມູນ ແລະ ການຮັກສາຄວາມລັບຂອງເອກະສານທາງການ, ການຮ່າງເອກະສານທາງການ ແລະ ອີເມວ, ເຕັກນິກການໃຊ້ AI ຊ່ວຍຮຽບຮຽງ, ກວດກາຄວາມຖືກຕ້ອງ ແລະ ສ້າງຮ່າງເອກະສານໄດ້ຢ່າງວ່ອງໄວ, ການແປພາສາ ແລະ ການຈັດກອງປະຊຸມ, ການນຳໃຊ້ເຄື່ອງມື AI ໃນການແປພາສາ, ການສະຫລຸບເນື້ອຫາ, ພ້ອມທັງການຊ່ວຍວາງແຜນ ແລະ ເກັບກຳເນື້ອຫາການປະຊຸມຢ່າງມີໂຄງສ້າງ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ເປັນການຮ່ວມມືສໍາຄັນລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ ອົງການມູນນິທິເອເຊຍ ເພື່ອສົ່ງເສີມໃຫ້ບຸກຄະລາກອນໃນຂະແໜງການແມ່ຍິງ ແລະ ອົງການຈັດຕັ້ງຕ່າງໆ ສາມາດຫັນເປັນດີຈິຕອນ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມກ້າວໜ້າ ແລະ ທັນກັບຍຸກສະໄໝ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments