Homeຂ່າວໜ້າໜຶ່ງຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພັກປະຊາຊົນປະຕິວັດລາວ, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ນຳໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສັນທະວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026.

ວັນທີ 22 ກັນຍາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດເບລາຣຸດຊີ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນຕໍ່ການຢ້ຽມຢາມລາວ ຄັ້ງທໍາອິດຂອງຄະນະຜູ້ແທນ, ຕີລາຄາສູງຕໍ່ການຢ້ຽມຢາມ ຊຶ່ງຖືເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນສາຍພົວພັນ ລະຫວ່າງ ສອງພັກ, ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດເບລາຣຸດຊີ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ທີ່ ພັກກອມມູນິດເບລາຣຸດຊີ ຍາດມາໄດ້ໃນໄລຍະຜ່ານມາ.

ໃນໂອກາດດັ່ງກ່າວ, ສະຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ກໍໄດ້ສະແດງຄວາມຂອບ ໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການນໍາພາປະເທດ ຂອງ ພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ເປັນຜູ້ນໍາໜ້າທີ່ສໍາຄັນໃນການສ້າງສາພັດທະນາປະເທດຊາດ, ສະຫາຍ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວອັນພົ້ນເດັ່ນ ຂອງ ພັກກອມມູນິດເບລາຣຸດຊີ.

ໃນວັນດຽວກັນ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ງສູງ ພັກກອມມູນິດເບລາຣຸດຊີ ນໍາໂດຍ ສະຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ແລະ ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ພົອ ວິໄລ ຫລ່າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ໃນໄລຍະຜ່ານມາ, ແຈ້ງສະພາບການພົ້ນເດັ່ນ ຂອງແຕ່ລະປະເທດ, ການເຄື່ອນໄຫວອັນພົ້ນເດັ່ນ ຂອງແຕ່ລະພັກໃຫ້ກັນຊາບ, ປຶກສາຫາລືສະພາບການສາກົນທີ່ສອງຝ່າຍໃຫ້ຄວາມສົນໃຈ ແລະ ຢືນຢັນ ຈະສືບຕໍ່ການພົວພັນຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວໃນພາກພື້ນ ແລະ ສາກົນ ໃນຕໍ່ໜ້າ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອຊອກຫາຊ່ອງທາງຮ່ວມກັນຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງສອງພັກ ໃຫ້ກ້າວຂຶ້ນສູ່ລວງເລິກ ແລະ ມີໝາກມີຜົນ ກໍຄື ບັນລຸການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ ໃນກາງປີ 2026.

ໃນໂອກາດການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນເທື່ອນີ້, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດເບລາຣຸດຊີ ຍັງໄດ້ຢ້ຽມຊົມສະຖານທີ່ສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາ ຈໍານວນໜຶ່ງ ໃນນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments