Homeຂ່າວຕ່າງປະເທດ49 ປີ ສສ ຫວຽດນາມ ຮ່ວມເດີນທາງພ້ອມກັບ ສະຫະປະຊາຊາດ

49 ປີ ສສ ຫວຽດນາມ ຮ່ວມເດີນທາງພ້ອມກັບ ສະຫະປະຊາຊາດ

ວິທະຍຸກະຈ່າຍສຽງຫວຽດນາມ ວັນທີ 20 ກັນຍານີ້ ແມ່ນວັນສະເຫລີມສະຫລອງ 49 ປີແຫ່ງວັນ ສສ ຫວຽດນາມ ເຂົ້າເປັນສະມາຊິກທີ 149 ຂອງອົງການສະຫະປະຊາຊາດ (ສປຊ) ຢ່າງເປັນທາງການ (ວັນທີ 20 ກັນຍາ 1977 – ວັນທີ 20 ກັນຍາ 2026). ວັນນີ້ໄດ້ສ້າງຂີດໝາຍທີ່ສຳຄັນໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ຂອງ ສສ ຫວຽດນາມ. ພາຍ​ຫລັງເຂົ້າ​ເປັນ​ສະ​ມາ​ຊິກອົງການສະຫະປະຊາຊາດ, ສສ ຫວຽດນາມ ສາມາດ​ຍາດ​ແຍ່ງໄດ້ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ແລະ ການ​ສະ​ໜັບ​ສະ​ໜູນ ​ຂອງ​ບັນ​ດາປະເທດສະມາຊິກ ​ເພື່ອ​ໃຫ້​ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ ​ຄັ້ງທີ 32 (ປີ 1977) ຮັບ​ຮອງ​ເອົາ​ມະ​ຕິ​ເລກ​ທີ 32/2 ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງສາກົນອຸ​ປະ​ຖຳ, ໜູນ​ຊ່ວຍ ສສ ຫວຽດນາມ ກໍ່ສ້າງປະເທດຄືນໃໝ່​ພາຍຫລັງສົງຄາມ. ໃນ​ຊຸມປີຕໍ່​ມາບັນ​ດາໂຄງການຮ່ວມມືກັບລະບົບພັດທະນາ ຂອງ​ອົງການສະ​ຫະ​ປະ​ຊາ​ຊາດ ​ໄດ້​ປະ​ກອບ​ສ່ວນເຂົ້າ ໃນການສະໜອງທຶນ, ​ພູມ​ປັນ​ຍາ, ເຕັກ​ນິກ ແລະ ​ບົດ​ຮຽນສາກົນ ໃຫ້ແກ່ ​ວິ​ວັດ​ການພັດທະນາ ເສດຖະກິດ – ສັງຄົມ ຂອງ ສສ ຫວຽດນາມ. ສສ ຫວຽດນາມ ກໍ່​ນັບ​ມື້​ນັບເຂົ້າຮ່ວມ​ຢ່າງ​ເລິກ​ເຊິ່ງ ແລະ ປະກອບສ່ວນຢ່າງແທດຈິງ​ເຂົ້າ​ໃນວຽກງານ​ລ​ວ​ມ ​ຂອງອົງການສະຫະປະຊາຊາດ, ​ນັບແຕ່ການຮັກສາ ສັນຕິພາບ, ການຮັບປະກັນສິດທິມະນຸດ, ​ການ​ໜູນ​ຊ່ວຍມະນຸດສະທຳ, ການພັດທະນາແບບຍືນຍົງຕະ​ຫລອດ​ຮອດການ​ຮັບ​ມື​ກັບບັນ​ດາສິ່ງທ້າທາຍທົ່ວໂລກ; ພ້ອມ​ກັນ​ນັ້ນກໍ່ເຂົ້າຮ່ວມວິ​ວັດ​​ການ​ສ້າງຂໍ້ກຳນົດກົດລະບຽບ, ມາດຕະຖານ ແລະ ​ໂຄງ​ການ​ດຳ​ເນີນ​ງານ ຂອງ​ອົງ​ການເທື່ອລະກ້າວ. ເລື່ອງເຂົ້າຮ່ວມທີ່​ນັບ​ມື້​ນັບຕັ້ງໜ້າ, ເປັນ​ເຈົ້າ​ການ​ຢູ່ອົງການສະຫະປະຊາຊາດ ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້ ສສ ຫວຽດນາມ ເຮັດ​ໃຫ້ການພົວພັນຕ່າງປະເທດ ​ນັບທັງດ້ານຫລາຍຝ່າຍ ແລະ ສອງຝ່າຍເລິກ​ເຊິ່ງ​ຂຶ້​ນ​ຕື່ມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments