ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ກວດພົບເຊື້ອ ພະຍາດອະຫິວາໝູອາຟຣິກາ ຢູ່ບ້ານສາມັກຄີໄຊ ເມືອງຫລາ ແຂວງອຸດົມໄຊ ພ້ອມທັງແຈ້ງໃຫ້ເຕົາ ຫລື ໂຮງງານຂ້າສັດ ພາຍໃນ 7 ເມືອງທົ່ວແຂວງ ໂຈະການຂ້າໝູທີ່ນໍາມາຈາກຟາມ, ຄອບຄົວ ທີ່ບໍ່ຜ່ານການຢັ້ງຢືນການວິໄຈ ຈາກສູນວິໄຈພະຍາດສັດແຫ່ງຊາດຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມ ໄປສູ່ບ້ານອື່ນ ຫລື ສະຖານທີ່ອື່ນຢ່າງເຄັ່ງຄັດ.
ອີງຕາມແຈ້ງການຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ຄັ້ງວັນທີ 16 ກັນຍາ 2026 ກ່ຽວກັບ ຜົນກວດວິໄຈຕົວຢ່າງ ເພື່ອກວດຫາເຊື້ອພະຍາດອະຫິວາໝູອາຟຣິກາ ທີ່ເກັບຕົວຢ່າງຈາກບ້ານສາມັກຄີໄຊ ເມືອງຫລາ ແຂວງອຸດົມໄຊ. ຜ່ານການກວດວິໄຈຕົວຢ່າງ ເພື່ອກວດຫາເຊື້ອພະຍາດອະຫິວາໝູອາຟຣິກາ ດ້ວຍເຕັກນິກ Real Time PCR ໂດຍສູນວິໄຈພະຍາດສັດ, ໄດ້ຢັ້ງຢືນຜົນການວິໄຈ ແມ່ນພົບເຊື້ອພະຍາດອະຫິວາໝູອາຟຣິກາ ຈາກຕົວຢ່າງໝູທີ່ສົ່ງມາຈາກບ້ານສາມັກຄີໄຊ ເມືອງຫລາ ແຂວງອຸດົມໄຊ ຈໍານວນ 4 ຕົວຢ່າງ, ແມ່ນພົບເຊື້ອທັງໝົດ 4 ຕົວຢ່າງ.

ເພື່ອຕອບໂຕ້ບໍ່ໃຫ້ພະຍາດດັ່ງກ່າວ ແຜ່ອອກໄປສູ່ວົງກວ້າງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຮີບຮ້ອນ ດໍາເນີນມາດຕະການທາງດ້ານວິຊາການແບບວົງແຄບ ໃນການປ້ອງກັນພະຍາດ ອະຫິວາໝູອາຟຣິກາ ຢ່າງເຂັ້ມງວດ ໂດຍການຊີ້ນໍາໜ່ວຍງານລ້ຽງສັດ ລົງແນະນໍາ ໃຫ້ອົງການປົກຄອງບ້ານ, ສັດຕະວະແພດບ້ານ ແລະ ຄອບຄົວປະຊາຊົນ ທີ່ໄດ້ຮັບຜົນກະທົບ ລວມທັງຄອບຄົວຂອງປະຊາຊົນບ້ານໃກ້ຄຽງ ໃຫ້ຕິດຕາມເຝົ້າລະວັງຢ່າງເຄັ່ງຄັດ; ສືບສວນສອບສວນຫາແຫລ່ງທີ່ມາຂອງພະຍາດ ພ້ອມທັງເກັບກຳຂໍ້ມູນ ສະພາບການລ້ຽງໝູ, ສະພາບໝູເຈັບ ຫລື ຕາຍ ແລະ ກຳນົດຂອບເຂດລະບາດຂອງພະຍາດ; ຕິດຕາມ, ກວດກາການເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູຢ່າງເຂັ້ມງວດ ບໍ່ໃຫ້ມີການເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູ ຈາກບ້ານ ຫາ ບ້ານ ແລະ ຈາກເມືອງ ຫາ ເມືອງອື່ນ ພ້ອມທັງແຈ້ງໃຫ້ເຕົາຂ້າສັດໂຈະການຂ້າໝູທີ່ນໍາມາຈາກຟາມ, ຄອບຄົວ ທີ່ບໍ່ຜ່ານການຢັ້ງຢືນການວິໄຈ ຈາກສູນວິໄຈພະຍາດສັດແຫ່ງຊາດຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມ ໄປສູ່ບ້ານອື່ນ ຫລື ສະຖານທີ່ອື່ນຢ່າງເຄັ່ງຄັດ; ຊຸກຍູ້ ລະດົມປະຊາຊົນ ແລະ ນໍາພາຂ້າທໍາລາຍໝູ ທີ່ຕິດເຊື້ອ ຫລື ສ່ຽງຕໍ່ການຕິດເຊື້ອ ເປັນວົງແຄບ ເປັນຟາມ ແລະ ເປັນບ້ານ 100% ເພື່ອຕັດວົງຈອນ ຂອງເຊື້ອພະຍາດ ແລະ ກຳຈັດໝູຕາຍ ແລະ ໝູຖືກຂ້າ ດ້ວຍການຝັງໃຫ້ຖືກຕ້ອງ ຕາມຫລັກວິຊາການ, ບໍ່ໃຫ້ນໍາເອົາໝູທີ່ເຈັບ ຫລື ຕາຍ ໄປບໍລິໂພກ ຫລື ຖິ້ມລົງຫ້ວຍນໍ້າລຳເຊ ຫລື ຕາມທໍາມະຊາດຢ່າງເດັດຂາດ. ນອກນີ້, ໃຫ້ອະນາໄມ ແລະ ຂ້າເຊື້ອຄອກສັດ ສີດພົ່ນດ້ວຍຢາຂ້າເຊື້ອ ແລະ ໂຮຍດ້ວຍປູນຂາວ (Ca(OH)2) ໃນບໍລິເວນຟາມ ແລະ ບ້ານທີ່ໝູອາໄສຢູ່ ຫລື ບ່ອນທີ່ໝູຍ່າງໄປ-ມາໃນແຕ່ລະມື້.
ເຖິງວ່າໄດ້ມີການໂຕ້ຕອບ, ຄວບຄຸມການລະບາດ ຂອງພະຍາດອະຫິວາໝູອາຟີຣກາ ຢູ່ບ້ານດັ່ງກ່າວສະຫງົບແລ້ວກໍຕາມ ແຕ່ບັນດາແຂວງອ້ອມຂ້າງຍັງສືບຕໍ່ມີການລະບາດ. ສະນັ້ນ, ເພື່ອສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວ ເຂົ້າມາລະບາດຢູ່ພາຍໃນແຂວງອຸດົມໄຊຮອບໃໝ່ ແລະ ແຜ່ລະບາດອອກສູ່ວົງກວ້າງ, ເພື່ອຫລີກລ້ຽງຜົນກະທົບທີ່ອາດເກີດຂຶ້ນ ຕໍ່ການຜະລິດໝູ ແລະ ການສະໜອງຊີ້ນໝູ ໃຫ້ແກ່ສັງຄົມຢູ່ພາຍໃນແຂວງ ແລະ ການເຄື່ອນຍ້າຍໝູ, ຫ້ອງວ່າການແຂວງອຸດົມໄຊ ຈຶ່ງອອກແຈ້ງການສະບັບເລກທີ 1360/ຫວກ ລົງວັນທີ 18 ກັນຍາ 2026 ໃຫ້ໂຈະການຊື້-ຂາຍ ແລະ ຂ້າໝູ ເພື່ອບໍລິໂພກ ແລະ ຈຳໜ່າຍຊີ້ນໝູ ພ້ອມທັງການເຄື່ອນຍ້າຍໝູ ໃນຂອບເຂດທົ່ວແຂວງອຸດົມໄຊ.
ຂ່າວ: ຄຳພູສະຫວັນ ເພັນສະຫວັດ

