Homeຂ່າວຕ່າງປະເທດເລີ່ມການເຈລະຈາກ່ຽວກັບ ເສດຖະກິດການຄ້າຈີນ-ອາເມລິກາ

ເລີ່ມການເຈລະຈາກ່ຽວກັບ ເສດຖະກິດການຄ້າຈີນ-ອາເມລິກາ

ວິທະຍຸ ໂທລະພາບສູນກາງຈີນ, ທີມ​ງານ​ເສດ​ຖະ​ກິດ​ການ​ຄ້າ ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ລິກາ​ ໄດ້​ເລີ່ມ​ຈັດ​ການ​ເຈ​ລະ​ຈາ ​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ ​ຢູ່​ນະ​ຄອ​ນ​ນິວຢອກ ຂອງ ສ.​ອາ​ເມ​ລິກາ. ການ​​ເຈ​ລະ​ຈາ​ຄັ້ງ​ນີ້​​ຈະ​ດຳ​ເນີນ​ເປັນ​ເວ​ລາ 5 ວັນ ແຕ່​ວັນ​ທີ 19 ຫາ 23 ກັນ​ຍາ​ນີ້. ໂດຍ​ມີ ທ່ານ ເ​ຮີ​ລີ້​ເຟີ່ງ ເປັນ​ຜູ້​ນຳ​ພາ​​ຄະ​ນະ​ຜູ້​ແທນ​ຈີນ, ຝ່າຍ ສ.​ອາ​ເມ​ລິ​ກາ​ ກໍ​ຈະ​ເຂົ້າ​ຮ່ວມ​ການ​ແລກ​ປ່ຽນ​ ຄວາມ​ເຫັນ​ກ່ຽວ​ກັບ ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສອງ​ຝ່າຍ. ແຜນ​ການ​ຈັດ​ວາງ​ທີ່ປະ​ກາດ​ສະ​ແດງ​ໃຫ້​ເຫັນ​ວ່າ: ທ່ານ​ ເ​ຮີ​ລີ້​ເຟີ່ງ ​ນຳ​ພາ​ຄະ​ນະ​ຜູ້​ແທນ ​ເດີນ​ທາງ​ໄປ ສ.​ອາ​ເມ​ລິ​ກາ​ເພື່ອ​ເຈ​ລະ​ຈາດ້ານ​ເສດ​ຖະ​ກິ ​ການ​ຄ້າ​ກັບ ສ.​ອາ​ເມ​ລິກາ, ຊີ້​ໃຫ້​ເຫັນ​ວ່າ ສອງ​ຝ່າຍ​ໄດ້​ຕົກ​ລົງສືບ​ຕໍ່​ຮ່ວມ​ກັນ​​ປຶກ​ສາ​ຫາ​ລື ກ່ຽວ​ກັບບັນ​ຫາ​ເສດ​ຖະ​ກິດ ການ​ຄ້າ​ທີ່​ສອງ​ຝ່າຍ​ສົນ​ໃຈຮ່ວມ​ກັນ​ບົນ​ພື້ນ​ຖານ​ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ສຳ​ຄັນ​​ ຂອງປະ​ມຸກ​ລັດສອງ​ປະ​ເທດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments