ໃນວັນທີ 21 ກັນຍາ 2026 ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ; ສະຫາຍ ຟ້າມ ຢາ ຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ. ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ. ຕອນບ່າຍຂອງວັນດຽວກັນ ທີ່ສໍານັກງານນາຍົກລັດຖະມົນຕີ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ຢາ ຕຸກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທາງການຂອງທັງສອງຝ່າຍ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນປະເທດທີ່ພົ້ນເດັ່ນ ຂອງຕົນໃຫ້ກັນຊາບ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາ ເສດຖະກິດ-ສັງຄົມ ທີ່ທັງສອງຝ່າຍຍາດມາໄດ້ໃນໄລ ຍະຜ່ານມາ. ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນ ສະພາບການພົວພັນຮ່ວມມື ໃນໄລຍະ 9 ເດືອນຕົ້ນປີ 2026 ແລະ ປຶກສາຫາລືແຜນວຽກຈຸດສຸມໃນ 3 ເດືອນທ້າຍປີ 2026 ກໍຄືການຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ປະຈຳປີ 2026 ຂອງສອງລັດຖະບານ ຊຶ່ງເຫັນວ່າ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງ ສອງພັກ-ສອງລັດ ລາວ ແລະ ຫວຽດນາມ, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຂອງສອງຝ່າຍ ໄດ້ສືບຕໍ່ເປັນເຈົ້າການປະສານສົມທົບກັນຢ່າງແໜ້ນແຟ້ນ ມີຜົນສໍາເລັດ ແລະ ມີຄວາມຄືບໜ້າໃນທຸກຂົງເຂດວຽກງານ ຊຶ່ງສະແດງອອກຄື: ການຮ່ວມມືທາງດ້ານການເມືອງ-ການຕ່າງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີໃຫ້ກ້າວເຂົ້າສູ່ລວງເລິກ, ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຄະນະຜູ້ແທນແຕ່ລະຂັ້ນນັບທັງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ; ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ນັບແໜ້ນແຟ້ນ, ມີປະສິດທິພາບ ແລະ ປະສິດທິສິດຜົນຍິ່ງຂຶ້ນ, ສືບຕໍ່ເປັນເສົາຄໍ້າທີ່ສໍາຄັນໃນການພົວພັນຮ່ວມມືຂອງສອງປະເທດ; ການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບບູລິມະສິດ ແລະ ຍົກສູງຄຸນນະພາບໃຫ້ດີຂຶ້ນ, ລັດຖະບານຫວຽດນາມ ໄດ້ສະໜອງທຶນການສຶກສາ ຈໍານວນ 1300 ທຶນ ໃຫ້ແກ່ ສປປ ລາວ ໃນປີ 2026 ເພື່ອສຶກສາຮໍ່າຮຽນຢູ່ບັນດາສະຖາບັນການສຶກສາຂອງຫວຽດນາມ ແລະ ຮ່ວມກັນຊຸກຍູ້ໂຄງການກໍ່ສ້າງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມໃຫ້ປະກົດຜົນເປັນຈິງ; ການຮ່ວມມືດ້ານການລົງທຶນ ມີການຫັນປ່ຽນຢ່າງຕັ້ງໜ້າ, ຊຸກຍູ້ນັກລົງທຶນຫວຽດນາມ ເຂົ້າໃນບັນດາຂະແໜງການ ແລະ ຂົງເຂດທີ່ ສປປ ລາວມີທ່າແຮງ, ນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ; ມາຮອດປັດຈຸບັນ ການລົງທຶນຂອງຫວຽດນາມ ຢູ່ ສປປ ລາວ ມີທັງໝົດ 435 ໂຄງການ, ມູນຄ່າອະນຸມັດ 8 ຕື້ໂດລາສະຫະລັດ, ຈັດຢູ່ອັນດັບ 2 ໃນຈໍານວນ 53 ປະເທດ ທີ່ເຂົ້າມາລົງທຶນຢູ່ ສປປ ລາວ, ສະເພາະໃນ 8 ເດືອນຕົ້ນປີ 2026, ລັດຖະບານລາວ ໄດ້ອະນຸມັດການລົງທຶນໃຫ້ວິສາຫະກິດຫວຽດນາມ ຈໍານວນ 6 ໂຄງການ ຊຶ່ງມີມູນຄ່າອະນຸມັດລວມທັງໝົດ 4.7 ຕື້ໂດລາສະຫະລັດ; ການຮ່ວມມືດ້ານການຄ້າ 8 ເດືອນຕົ້ນປີ 2026 ມູນຄ່າການຄ້າສອງສົ້ນບັນລຸ 1.8 ຕື້ໂດລາສະຫະລັດ; ສອງຝ່າຍສືບຕໍ່ຊຸກຍູ້ບັນດາໂຄງການຈຸດສຸມທີ່ມີຄວາມຄືບໜ້າຊ້າ ເປັນຕົ້ນ: ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ຫວຸ້ງອາງ, ການຊື້-ຂາຍໄຟຟ້າ, ໂຄງການກໍ່ສ້າງທໍ່ສົ່ງ ແລະ ສາງພັກນໍ້າມັນ ໃຫ້ປະກົດຜົນເປັນຈິງ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອກຽມຄວາມພ້ອມໃຫ້ແກ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໄວໆນີ້.
ໃນໂອກາດດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສະຫາຍ ຟ້າມ ຢາ ຕຸກ ພ້ອມດ້ວຍຄະນະ ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອຢູ່ແລ້ວນັ້ນ ໃຫ້ສືບຕໍ່ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ສະຫາຍ ຟ້າມ ຢາ ຕຸກ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ. ຫວຽດນາມ.
——
ພາບ: ກົມສື່ມວນຊົນ, ຄອສພ

