ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຕ່າງປະເທດເອຢິບໄດ້ລາຍງານການກູ້ຄືນໜ້າກາກມຳມີ່ຄຳບູຮານຈາກປະເທດສະວິດ, ໂດຍພາຍໃຕ້ການປະສານງານລະຫວ່າງສະຖານທູດເອຢິບປະຈຳນະຄອນຫຼວງເບີນ ແລະ ເຈົ້າໜ້າທີ່ສະວິດ. ໂດຍທ່ານ ໂມຮາເໝັດ ນາຄົມ ເອກອັກຄະລັດຖະທູດເອຢິບ, ຕາງໜ້າໃຫ້ລັດຖະມົນຕີກະຊວງການຕ່າງປະເທດເອຢິບຮັບເອົາໜ້າກາກດັ່ງກ່າວໃນນາມຂອງລັດຖະບານ.
ກະຊວງດັ່ງກ່າວລະບຸວ່າ: ການກູ້ຄືນວັດຖຸບູຮານຄັ້ງນີ້ສະທ້ອນໃຫ້ເຫັນເຖິງການຮ່ວມມືລະຫວ່າງເອຢິບ ແລະ ສະວິດ ໃນການປົກປ້ອງຊັບສິນທາງວັດທະນະທຳ ແລະ ຕ້ານການຄ້າຂາຍວັດຖຸບູຮານທີ່ຜິດກົດໝາຍ. ສະຖານທູດສະວິດ ປະຈຳນະຄອນຫຼວງໄຄໂຣ ໄດ້ຢືນຢັນວ່າໜ້າກາກສົບບູຮານດັ່ງກ່າວມີມາຕັ້ງແຕ່ສະໄໝທໍເລມີ ຊຶ່ງເຮັດໃຫ້ມີອາຍຸຫຼາຍກວ່າ 2,000 ປີ.
ການສົ່ງຄືນວັດຖຸບູຮານຄັ້ງນີ້ເປັນອີກຈຸດສຳຄັນໜຶ່ງໃນການຮ່ວມມືທີ່ຍາວນານລະຫວ່າງສະວິດ ແລະ ເອຢິບເພື່ອປົກປ້ອງມໍລະດົກທາງວັດທະນະທຳ ແລະ ຕ້ານການຄ້າຂາຍທີ່ຜິດກົດໝາຍ. ສະຖານທູດສະວິດລະບຸຕື່ມວ່າ, ສະວິດໄດ້ສົ່ງຄືນສິ່ງປະດິດທາງວັດທະນະທຳປະມານ 80 ຢ່າງ ໃຫ້ເອຢິບນັບຕັ້ງແຕ່ປີ 2011.

