Homeຂ່າວພາຍໃນເປີດການນຳໃຊ້ສູນຂໍ້ມູນຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

ເປີດການນຳໃຊ້ສູນຂໍ້ມູນຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດພິທີເປີດການນຳໃຊ້ສູນຂໍ້ມູນຂ່າວສານ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຂຶ້ນໃນວັນທີ 18 ກັນຍາຜ່ານມາ, ທີ່ໂຮງແຮມດອນຈັນພາເລດນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ວິລະສັກ ວົງໄຊ ປະທານບໍລິສັດ ແອວໄອທີ ໂຊລູຊັນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ເອສທີ ກຣຸບ ແລະ ມີທ່ານຫົວໜ້າ-ຮອງຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ທອງຈັນ ອະຄະມາເຂດ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຂຶຶ້ນລາຍງານເຫດຜົນ ແລະ ຄວາມຈຳເປັນ ໃນການພັດທະນາວຽກງານຂໍ້ມູນຂ່າວສານ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາການ ຂອງຂະແໜງການກະສິກຳ ແລະ ສິ່ງແວດລ້ອມ, ແມ່ນໜຶ່ງໃນໂຄງການສຳຄັນທີ່ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອເປັນສູນກາງໃນການເກັບກຳ, ຄຸ້ມຄອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ດ້ານກະສິກຳ, ປ່າໄມ້ ແລະ ສິ່ງແວດລ້ອມ; ເພື່ອເປັນການສະໜັບສະໜູນວຽກງານວິຊາການ, ການວາງແຜນ ແລະ ການຕັດສິນໃຈໃນຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິພາບ ແລະ ທັນສະໄໝ; ເພື່ອຊຸກຍູ້ການປ່ຽນແປງດ້ານດິຈິຕອນຂອງກະຊວງ ໃຫ້ສອດຄ່ອງກັບທິດທາງການພັດທະນາຂອງຊາດ.

ໃນພິທີເປີດການນຳໃຊ້ສູນຂໍ້ມູນຂ່າວສານ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຢ່າງເປັນທາງການ ໂດຍ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ລິນຄຳ ດວງສະຫວັນລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ວິລະສັກ ວົງໄຊ ປະທານບໍລິສັດ ແອວໄອທີ ໂຊລູຊັນ ແລະ ທ່ານ ໄຊຍາ ໄຊສຸລີວົງ ຮອງປະທານ ເອສທີ ກຣຸບ ກໍໄດ້ໃຫ້ກຽດຂຶ້ນກົດປຸ່ມ ເປັນສັນຍາລັກແຫ່ງການເປີດການນຳໃຊ້ສູນຂໍ້ມູນຂ່າວສານ ແລະ ສິ່ງແວດລ້ອມ ຢ່າງເປັນທາງການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments