ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ກັນຍາ ຜ່ານມາ ທີ່ໄອຈິ ນາໂກຢ່າ ປະເທດຍີ່ປຸ່ນ ໂດຍການຊີງໄຊກັນ 43 ຊະນິດກິລາ 71 ປະເພດ ຊຶ່ງຈະມີການຊີງຫຼຽນຄຳ 469 ຫຼຽນ ລະຫວ່າງການແຂ່ງຂັນ 19 ກັນຍາ ຫາ ວັນທີ 4 ຕຸລາ 2026.
ພິທີເປີດການແຂ່ງຂັນເອຊຽນເກມ ຄັ້ງທີ 20, ຍີ່ປຸ່ນເປັນເຈົ້າພາບ ໄດ້ຈັດຂຶ້ນທີ່ສະໜາມ ມິຊິໂອະ ແອັດແລນຕິກ ເມືອງນາໂກຢ່າ ໂດຍມີທີມນັກກິລາຈາກ 45 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມແຂ່ງຂັນ ແລະ ທີມນັກກິລາໄດ້ທະຍອຍກັນຍ່າງເຂົ້າສະໜາມ ຕາມລໍາດັບຕົວອັກສອນພາສາອັງກິດ ໂດຍເລີ່ມຈາກທີມນັກກິລາອັຟການິສຖານ ແລະ ປິດທ້າຍດ້ວຍປະເທດເຈົ້າພາບຍີ່ປຸ່ນ.

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ມີນັກກິລາເຂົ້າຮ່ວມທັງໝົດກວ່າ 11,000 ຄົນ, ໃນ 45 ປະເທດສະມາຊິກ, ການແຂ່ງຂັນກັນທັງໝົດ 43 ຊະນິດກິລາ ຊຶ່ງຈະມີການຊີງຫຼຽນຄຳ 469 ຫຼຽນ ລະຫວ່າງ ການແຂ່ງຂັນ 19 ກັນຍາ ຫາວັນທີ 4 ຕຸລາ 2026. ສໍາລັບການແຂ່ງຂັນກິລາເອຊຽນພາຣາເກມ ຈະແຂ່ງຂັນໃນລະຫວ່າງວັນທີ 18-24 ຕຸລາ 2026 ທີ່ເມືອງນາໂກຢ່າເຊັ່ນກັນ.
ການແຂ່ງຂັນວັນທີ 21 ກັນຍານີ້ ມີຊີງຫຼຽນຄຳທັງໝົດ 18 ຫຼຽນ, ໃນນັ້ນ ລອຍນໍ້າ 7 ຫຼຽນ, ກາຣາເຕ 4 ຫຼຽນ, ຍິງປືນ 2 ຫຼຽນ, ວູຊູ 2 ຫຼຽນ, ຍິມນາສຕິກ 1 ຫຼຽນ, ຊັອຟບອນ 1 ຫຼຽນ ແລະ ໄຕຣກິລາ 1 ຫຼຽນ. ມື້ທີສອງຂອງການແຂ່ງຂັນ, ທີມຊາດຈີນ ສາມາດຄວ້າຫຼຽນຄຳມາຄອງ ໄດ້ເປັນອັນດັບ 1 ຂອງຕາລາງຫຼຽນ ໂດຍໄດ້ໄປທັງໝົດ 11 ຫຼຽນຄຳ, 6 ຫຼຽນເງິນ, 3 ຫຼຽນທອງ, ອັນດັບ 2 ເຈົ້າພາບຍີ່ປຸ່ນໄດ້ 6 ຫຼຽນຄຳ, 7 ຫຼຽນເງິນ, 7 ຫຼຽນທອງ ແລະ ອັນດັບ 3 ສ ເກົາຫຼີ 4 ຫຼຽນຄຳ, 3 ຫຼຽນເງິນ, 7 ຫຼຽນທອງ.

