ໃນວັນທີ 18 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ. ກົມສົ່ງເສີມຕະຫຼາດການທ່ອງທ່ຽວ, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ບໍລິສັດ ສະຕາ ໂທລະຄົມ (ຢູນິເທວ) ຈັດພິທີເປີດນຳໃຊ້ແອັບທ່ອງທ່ຽວລາວ “Lao Travel Platform” ແພລັດຟອມດີຈີຕອນດ້ານການທ່ອງທ່ຽວແຫ່ງໃໝ່ຂອງ ສປປ ລາວ ເພື່ອເປັນສູນລວມຂໍ້ມູນ ແລະ ບໍລິການທ່ອງທ່ຽວຊ່ວຍໃຫ້ນັກທ່ອງທ່ຽວ ສາມາດຄົ້ນຫາຂໍ້ມູນ, ວາງແຜນການເດີນທາງ ແລະ ເຂົ້າເຖິງບໍລິການທ່ອງທ່ຽວຕ່າງໆ ໄດ້ຢ່າງສະດວກຜ່ານລະບົບດີຈີຕອນ. ໂດຍການເປັນກຽດເຂົ້າຮ່ວມ ແລະ ກົດປຸ່ມເປີດການນຳໃຊ້ ຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຫງຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ, ທ່ານ ນາງ ຫງຽນ ທິ ເຕີມ ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ, ທ່ານ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດ ດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມກວດກາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ມີບັນດາການນໍາຈາກກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ຕາງໜ້າພາກລັດ, ພາກເອກະຊົນ, ບໍລິສັດຄູ່ຮ່ວມມື, ຜູ້ປະກອບການທ່ອງທ່ຽວ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວຈຸດປະສົງວ່າ: ການສ້າງແອັບທ່ອງທ່ຽວລາວ Lao Travel Platform ຖືກພັດທະນາຂຶ້ນເພື່ອເປັນ “Digital Gateway to Laos” ຫຼື ປະຕູດີຈີຕອນສູ່ ສປປ ລາວ ໂດຍລວບລວມຂໍ້ມູນຈຸດໝາຍປາຍທາງ, ແຫຼ່ງທ່ອງທ່ຽວ, ກິດຈະກຳ, ທີ່ພັກ, ຮ້ານອາຫານ, ການເດີນທາງ ແລະ ບໍລິການອື່ນໆ ໄວ້ໃນບ່ອນດຽວ, ຜູ້ໃຊ້ງານສາມາດໃຊ້ Platform ເພື່ອຄົ້ນຫາຂໍ້ມູນການທ່ອງທ່ຽວ, ຈອງທີ່ພັກ, ປີ້ຍົນ, ປີ້ລົດໄຟ, ປີ້ລົດໂດຍສານ, ເຊົ່າລົດ ຫຼື ລົດຕູ້, ຊື້ SIM/eSIM ສໍາລັບນັກທ່ອງທ່ຽວ, ຄົ້ນຫາຮ້ານອາຫານ ແລະ ບໍລິການທ່ອງທ່ຽວອື່ນໆ ໄດ້ຢ່າງສະດວກ. ການເປີດໂຕ Lao Travel Platform ນັບເປັນອີກກ້າວສໍາຄັນຂອງ ສປປ ລາວ ໃນການນໍາເອົາເຕັກໂນໂລຊີດີຈີຕອນ ມາປະຍຸກໃຊ້ໃນຂະ ແໜງການທ່ອງທ່ຽວ, ສອດຄ່ອງກັບແນວທາງການພັດທະນາ Digital Tourism ແລະ ການ ຫັນປ່ຽນຂະແໜງການທ່ອງທ່ຽວສູ່ຍຸກດີຈີຕອນ. ພ້ອມກັນນີ້, Platform ຍັງມີບົດບາດໃນການເຊື່ອມໂຍງ ພາກລັດ – ພາກເອກະຊົນ – ຜູ້ປະກອບການ – ນັກທ່ອງທ່ຽວ ເຂົ້າຫາກັນຜ່ານລະບົບດີຈີຕອນ, ຊ່ວຍເພີ່ມໂອກາດໃຫ້ຜະລິດຕະພັນ ແລະ ບໍລິການທ່ອງທ່ຽວລາວເຂົ້າເຖິງ ຕະຫຼາດຫຼາຍຂຶ້ນ.
ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຄາດຫວັງວ່າ Lao Travel Platform ຈະເປັນເຄື່ອງມືສໍາຄັນໃນການ ໂຄສະນາ ແລະ ປະຊາສຳພັນການທ່ອງທ່ຽວລາວໃນຕະຫຼາດພາຍໃນ ແລະ ສາກົນ, ພ້ອມທັງຊ່ວຍສ້າງປະສົບການການ ເດີນທາງທີ່ສະດວກ, ທັນສະ ໄໝ ແລະ ຄົບວົງຈອນຫຼາຍຂຶ້ນ. ພ້ອມກັນນີ້, “ແອັບທ່ອງທ່ຽວລາວ – ປະຕູດີຈີຕອນສູ່ ສປປ ລາວ Lao Travel-Your Digital Gateway to Laos” ຈຶ່ງບໍ່ພຽງແຕ່ເປັນ ແພລັດຟອມ (Platform) ສໍາລັບຄົ້ນຫາຂໍ້ມູນການທ່ອງທ່ຽວເທົ່ານັ້ນ ແຕ່ຍັງເປັນອີກບາດກ້າວໜຶ່ງໃນການສ້າງລະບົບນິເວດການທ່ອງທ່ຽວດີຈີຕອນຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ, ເຊື່ອມໂຍງ ແລະ ເຂົ້າເຖິງໄດ້ງ່າຍສໍາລັບນັກທ່ອງທ່ຽວຈາກທົ່ວໂລກ.

