Homeຂ່າວຕ່າງປະເທດໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຂໍ້ມູນຈາກກະຊວງເສດຖະ ກິດ ແລະ ການເງິນຂອງຝຣັ່ງ ທີ່ເຜີຍແຜ່ໃນວັນ 19 ກັນຍາ ຜ່ານມາ ລະບຸວ່າ: ໜີ້ສິນສາທາລະນະຂອງ ຝຣັ່ງຈະສືບຕໍ່ເພີ່ມຂຶ້ນ, ໂດຍຄາດວ່າຈະບັນລຸ 119.3% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2026 ຊຶ່ງເພີ່ມຂຶ້ນຈາກ 115.6% ໃນປີ 2025. ກະຊວງດັ່ງກ່າວລະບຸວ່າ: ອັດຕາສ່ວນໜີ້ສິນສາທາລະນະຕໍ່ GDP ມີທ່າອ່ຽງທີ່ຈະເພີ່ມຂຶ້ນເປັນ 121.7% ໃນປີ 2027 ຊຶ່ງສູງກວ່າສອງເທົ່າຂອງເພດານທີ່ສະຫະພາບເອີຣົບຕັ້ງໄວ້ບໍ່ເກີນ 60%.

ໜັງສືພິມລາຍວັນ Le Figaro ຂອງຝຣັ່ງ, ລາຍງານໂດຍອ້າງອີງຂໍ້ມູນຈາກສະຖາບັນສະຖິຕິ ແລະ ເສດຖະສາດແຫ່ງຊາດຝຣັ່ງ (INSEE) ວ່າ, ລະດັບໜີ້ສິນສາທາລະນະດັ່ງກ່າວແມ່ນສູງທີ່ສຸດນັບຕັ້ງແຕ່ປີ 1995 ເປັນຕົ້ນມາ.

ກະຊວງດັ່ງກ່າວໄດ້ເປີດເຜີຍກັບສື່ມວນຊົນທ້ອງຖິ່ນວ່າ: ການເພີ່ມຂຶ້ນຂອງໜີ້ສິນແມ່ນເປັນໄປຕາມກົນໄກທາງໂຕເລກ ຊຶ່ງເປັນຜົນສະທ້ອນຈາກການຂາດດຸນງົບປະມານທີ່ຍັງສູງຢ່າງຕໍ່ເນື່ອງ. ໂດຍໜັງສືພິມ Le Figaro ລະບຸຕື່ມວ່າ, ລັດຖະບານຝຣັ່ງຄາດຄະເນວ່າການຂາດດຸນງົບປະມານຈະບັນລຸ 5.4% ຂອງ GDP ໃນປີ 2026 ຊຶ່ງເພີ່ມຂຶ້ນຈາກ 5.1% ໃນປີ 2025.

ຫວ່າງມໍ່ໆ ມານີ້, ທ່ານ ຣາແລນ ເລສຄອດ ລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນຂອງຝຣັ່ງ ໄດ້ເປີດເຜີຍວ່າ: ລັດຖະບານໄດ້ຫຼຸດການຄາດຄະເນການເຕີບໂຕທາງເສດຖະກິດສຳລັບປີ 2026 ລົງເປັນ 0.5% ຈາກການຄາດຄະເນກ່ອນໜ້ານີ້ທີ່ 0.7%. ທ່ານກ່າວວ່າ: ເປົ້າໝາຍໃນການຮັກສາການຂາດດຸນງົບປະມານໃຫ້ຕໍ່າກວ່າ 5% ຂອງ GDP ພາຍໃນປີ 2026 ນັ້ນ ແມ່ນບໍ່ສາມາດບັນລຸໄດ້ອີກຕໍ່ໄປ, ທ່ານກ່າວຕື່ມວ່າ: ຝຣັ່ງຈະປະເຊີນກັບການຂາດດຸນງົບປະມານເກີນ 5% ໃນປີ 2026.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments