ວິທະຍຸ ໂທລະພາບສູນກາງຈີນ, ຄະນະກໍາມາທິການສະຫະພາບເອີຣົບ ໄດ້ປະກາດເນື້ອໃນຂອງ “ກົດໝາຍວ່າດ້ວຍເດັກ ຂອງສະຫະພາບເອີຣົບ” ຢ່າງເປັນທາງການ ໂດຍມີແຜນຈະກໍານົດອາຍຸໃນການນໍາໃຊ້ສື່ສັງຄົມອອນລາຍ ສໍາລັບຜູ້ທີ່ມີອາຍຸບໍ່ເຖິງກະສຽນຂອງສະຫະພາບເອີຣົບ. ອີງຕາມເນື້ອໃນດັ່ງກ່າວ, ຜູ້ທີ່ມີອາຍຸບໍ່ເຖິງ 13 ປີແມ່ນຫ້າມໃຊ້ສື່ສັງຄົມອອນລາຍ, ຂະນະທີ່ຜູ້ທີ່ມີອາຍຸບໍ່ເຖິງ 15 ປີແມ່ນຫ້າມບໍ່ໃຫ້ມີບັນຊີສື່ສັງຄົມອອນລາຍເປັນຂອງຕົນເອງ. ສໍາລັບຜູ້ທີ່ມີອາຍຸລະຫວ່າງ 13-15 ປີ, ສະຫະພາບເອີຣົບ ມີແຜນຈະອະນຸຍາດໃຫ້ກຸ່ມຄົນນີ້ສາມາດນໍາໃຊ້ “ບັນຊີທີ່ມີລັກສະນະຈໍາກັດ” ທີ່ເປີດ ແລະ ໄດ້ຮັບການຕິດຕາມຈາກພໍ່ແມ່ ຫລື ຜູ້ປົກຄອງ, ພ້ອມດຽວກັນນີ້ໄດ້ຈໍາກັດບົດບາດຂອງບັນຊີດັ່ງກ່າວ ກໍຄື ເວລາການນໍາໃຊ້ຂອງກຸ່ມຄົນດັ່ງກ່າວ. ພາຍຫລັງເນື້ອໃນດັ່ງກ່າວໄດ້ຮັບການປະກາດແລ້ວແມ່ນໄດ້ຮັບການສະໜັບສະໜູນຈາກປະຊາຊົນຈໍານວນຫລາຍ. ຂະນະທີ່ສື່ມວນຊົນເອີຣົບຈໍານວນຫລາຍເຫັນວ່າ: ການທົດສອບທີ່ແທ້ຈິງ ຂອງນະໂຍບາຍດັ່ງກ່າວ ຢູ່ທີ່ສະຫະພາບເອີຣົບ ຈະສາມາດສ້າງກົນໄກທີ່ມີປະສິດທິພາບໄດ້ ຫລືບໍ່ ເພື່ອປ້ອງກັນບໍ່ໃຫ້ຜູ້ທີ່ມີອາຍຸ ບໍ່ເຖິງກະສຽນຫລີກລ່ຽງການຄຸ້ມຄອງໃນຂະນະດຽວກໍ່ປົກປ້ອງຜູ້ທີ່ມີອາຍຸບໍ່ເຖິງກະສຽນ ແລະ ຮັກສາຄວາມເປັນສ່ວນຕົວຂັ້ນພື້ນຖານ ຂອງເຂົາເຈົ້າ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

