Homeຂ່າວຕ່າງປະເທດການສ້າງ “ສາຍພົວພັນທີ່ໝັ້ນຄົງທາງຍຸດທະສາດທີ່ສ້າງສັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ”

ການສ້າງ “ສາຍພົວພັນທີ່ໝັ້ນຄົງທາງຍຸດທະສາດທີ່ສ້າງສັນ ລະຫວ່າງ ສປ ຈີນ-ສ.ອາເມລິກາ”

ວິທະຍຸ ໂທລະພາບສູນກາງຈີນ, ການ​ພົວ​ພັນ ​ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິກາ ແມ່ນ​ໜຶ່ງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ສຳ​ຄັນ​ທີ່​ສຸດໃນ​ໂລກ​ປັດ​ຈຸ​ບັນ, ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​ ຂອງ​ສອງ​ປະ​ເທດ ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງຕໍ່​ທິດ​ທາງ​ການ​ພັດ​ທະ​ນາ​ປະ​ຫວັດ​ສາດ​ໂລກ.​ ປີ 2026, ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ຕໍ່ ສປ ​ຈີນ ແລະ ສ.ອາ​ເມ​ລິ​ກາ ເຊິ່ງ​ໃນ​ປີ​ນີ້ ຈີນ ​ໄດ້​ເລີ່ມ​ປະ​ຕິ​ບັດແຜນ​ພັດ​ທະ​ນ​າ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ແລະ ສ.ອາ​ເມ​ລິກາ​ ໄດ້ສະຫລອງ ​ຄົບ​ຮອບ 250 ປີ​ແຫ່ງ​ການ​ເປັນ​ເອ​ກະ​ລາດ. ໃນ​ວັນ​ທີ 14 ພຶດ​ສະ​ພາ​ປີ​ນີ້, ທ່ານ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ​ສະຫະລັດອາ​ເມ​ລິ​ກາ ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ ສປ ​ຈີນ​ ທາງ​ລັດ​ຖະ​ກິດ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ​ທີ່​ນະ​ຄອນຫລວງ​ປັກ​ກິ່ງ. ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ກ່ຽວ​ກັບ​ການ​ສ້າງ​ສາຍພົວພັນ​ທີ່​ໝັ້ນ​ຄົງ​ທາງ​ຍຸດ​ທະ​ສາດ​ທີ່ສ້າງສັນ ລະ​ຫວ່າງ ສປ ​ຈີນ-ສ.ອາ​ເມ​ລິກາ ເພື່ອ​ເປັນ​ການ​ຊີ້​ນຳທິດທາງ​ຍຸດ​ທະ​ສາດ​ໃຫ້​ແກ່​ການ​ພົວ​ພັນ ສປ ​ຈີນ-ສ.ອາ​ເມ​ລິ​ກາ​ໃນ 3 ປີ​​. ໃນ​ຖາ​ນະ​ເປັນ​ປະ​ເທດ​ ພວມ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ ແລະ ປະ​ເທດ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ສຳ​ລັບ​ ສປ ຈີນ ແລະ ສ.ອາ​ເມ​ລິກາ​ ແລ້ວ, “ການ​ຮ່ວມ​ມື​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ສູ່ທັງ​ສອງ​ປະ​ເທດ, ການ​ຜະ​ເຊີນ​ໜ້າ​ກັນ​ຈະ​ນຳ​ເອົາ​ຄວາມ​ເສຍ​ຫາຍ​ມາ​ສູ່​ທັງ​ສອງ​ຝ່າຍ” ແມ່ນ​ສາ​ມັນ​ສຳ​ນຶກຜ່ານ​ການກວດ​ສອບ​ຊ້ຳ​ແລ້ວຊ້ຳ​ອີກ. ພາຍ​ໃຕ້​ສະ​ພາບ​ການ​ສາ​ກົນ ​ທີ່​ເຕັມ​ໄປ​ດ້ວຍ​ການ​ປ່ຽນ​ແປງ ແລະ ຄວາມ​ວຸ້ນ​ວາຍ​ໃນ​ປັດ​ຈຸ​ບັນ, ຍິ່ງ​ຕ້ອງ​ການ​ການ​ພົວ​ພັນ​ ສປ ຈີນ-ສ.ອາ​ເມ​ລິກາ​ ທີ່​ໝັ້ນ​ຄົງ ເພື່ອ​ເພີ່ມ​ຄວາມ​ແນ່ນອນ​ ອັນ​ລ້ຳ​ຄ່າ​ໃຫ້​ແກ່​ໂລກ.​ ພາຍ​ໃຕ້​ການ​ນຳ​ພາ​ທາງ​ຍຸດ​ທະ​ສາດ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ສອງ​ຝ່າຍ​ຈະ​ສາ​ມາດຮັກ​ສາ​ສະ​ພາບ​ຄວາມ​ໝັ້ນ​ທ່ຽງ​ທີ່​ໄດ້​ມາ​​ບໍ່​ແມ່ນ​ເລື່ອງ​ງ່າຍ, ຄົ້ນ​ຄວ້າ​ສ້າງ​ການ​ພົວ​ພັນ​ ສປ ຈີນ-ສ.ອາ​ເມ​ລິ​ກາ ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ, ສ້າງ​ສັນ ແລະ ໝັ້ນ​​ຄົງເພື່ອ​ເພີ່ມ​ພະ​ລັງ​ທາງບວກ​ທີ່​ແຂງ​ແຮງຫລາຍກວ່າ ໃຫ້​ແກ່ໂລກ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ ແລະ ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ.

(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments