ແຫລ່ງຂ່າວຈາກແຂວງເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ເປີດຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ໃນງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ ໃນລະຫວ່າງ ວັນທີ 16-21 ກັນຍາ 2026.
ພາຍໃນຫ້ອງວາງສະແດງໄດ້ນໍາສະເໜີສິນຄ້າ ແລະ ຜະລິດຕະພັນຈາກແຂວງເຊກອງ ພ້ອມດ້ວຍຮູບພາບແຫລ່ງທ່ອງທ່ຽວ, ປະເພນີວັດທະນະທໍາ, ຫັດຖະກໍາ ແລະ ສິນຄ້າພື້ນເມືອງ ອັນສະທ້ອນເຖິງສະເໜ່ຂອງແຂວງ.

ສໍາລັບສິນຄ້າ ແລະ ຜະລິດຕະພັນຈາກແຂວງເຊກອງ ທີ່ນໍາມາວາງສະແດງ ແລະ ຈໍາໜ່າຍໃນຄັ້ງນີ້, ປະກອບມີ: ຜະລິດຕະພັນແຜ່ນແພ, ກະເປົ໋າ, ຜ້າເຜົ່າທຳມະຊາດ, ແຜ່ນແພລາຍເອກະລັກດັ້ງເດີມ, ຜະລິດຕະພັນໂສມສະກັດ, ເຫລົ້າດອງໂສມ, ຊາໂສມ, ຊາຣຳ, ຊາດອກກາເຟ, ຊາດອກຊາ, ຜະລິດຕະພັນກາເຟ ຂອງທ້ອງຖິ່ນ ແລະ ອື່ນໆອີກຫລາຍຢ່າງ. ທັງນີ້ກໍເພື່ອເປັນການນຳສະເໜີ ຜະລິດຕະພັນດັ່ງກ່າວ ໃຫ້ແຂກຄົນທີ່ມາທ່ຽວພາຍໃນງານໄດ້ຮູ້ຈັກ, ໄດ້ເຫັນ, ໄດ້ສຳຜັດ ແລະ ໄດ້ລອງຊິມ ສິ່ງທີ່ເປັນສິນຄ້າໂອດັອບຂອງທ້ອງຖິ່ນແຂວງເຊກອງ ໃຫ້ຫລາຍຂຶ້ນ.
ຂ່າວ: ສັນຍາ

