Homeຂ່າວພາຍໃນຍົກລະດັບບໍລິການລູກຄ້າ ແລະ ວົງການE-Commerce ໃນ ສປປ ລາວ ໃຫ້ທັນສະໄໝ

ຍົກລະດັບບໍລິການລູກຄ້າ ແລະ ວົງການE-Commerce ໃນ ສປປ ລາວ ໃຫ້ທັນສະໄໝ

ວັນທີ 19 ກັນຍາ 2026, ບໍລິສັດ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ ຈັດງານເປີດໂຕລະບົບ OMICALL ຢ່າງເປັນທາງການ ແລະ ພິທີເຊັນສັນຍາການຮ່ວມມືລະຫວ່າງ BUBER CONCERT ຮ່ວມກັບ OMICALL VIETNAM ທີ່ນະຄອນຫລວງວຽງຈັນ ໂດຍມີຜູ້ຕາງໜ້າພາກລັດ, ຄະນະຜູ້ບໍລິຫານ, ພາກສ່ວນທຸລະກິດ, ຮ້ານຄ້າອອນລາຍເຂົ້າຮ່ວມ.

ທ່ານ ບູລັກ ນັນທະສອນ ປະທານ ບູເບີ້ ຄອນເນັກ ຈຳກັດຜູ້ດຽວ ໄດ້ສະຫລຸບຜົນງານ ແລະ ວິໄສທັດໃນການພັດທະນາການບໍລິການຕະຫລອດ 1 ປີທີ່ຜ່ານມາ. ພ້ອມນີ້, ທ່ານ ແຮັບປີ້ ສີສົມພອນ ຈາກບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ກໍໄດ້ແບ່ງປັນວິໄສທັດການເຊື່ອມໂຍງລະບົບຂົນສົ່ງ ເພື່ອສະໜັບສະໜູນ ພໍ່ຄ້າ-ແມ່ຄ້າຍຸກໃໝ່ ແລະ ທ່ານ ຫງຽນ ລິງ ເຍີນ CEO OMI JSC Vietnam ໄດ້ນໍາສະເໜີຈຸດເດັ່ນຂອງລະບົບ OMICALL ຊຶ່ງເປັນລະບົບຕິດຕໍ່ສື່ສານ ແລະ ດູແລລູກຄ້າແບບຄົບວົງຈອນ ເພື່ອເພີ່ມປະສິດທິພາບການຂາຍໃນຍຸກດີຈິຕອນ.

ນອກຈາກເປີດໂຕລະບົບ OMICALL ຢ່າງເປັນທາງການ, ຍັງມີເວທີເສວະນາຫົວຂໍ້ “ປິດການຂາຍໄດ້ໄວ, ເພີ່ມຍອດຂາຍໃຫ້ຫລາຍ ແລະ ສ້າງຄວາມຍືນຍົງໄລຍະຍາວ” ໂດຍບັນດາຜູ້ປະກອບການ ແລະ ຮ້ານຄ້າອອນລາຍຊື່ດັງ, ພ້ອມພິທີມອບໃບກຽດຕິຄຸນໃຫ້ກັບຮ້ານຄ້າ. ການລົງນາມໃນສັນຍາຄັ້ງນີ້ ຖືເປັນການຮ່ວມມືຢ່າງເປັນທາງການ ເພື່ອຍົກລະດັບການບໍລິການລູກຄ້າ ແລະ ວົງການ E-Commerce ໃນ ສປປ ລາວ ໃຫ້ທັນສະໄໝ ແລະ ມີປະສິດທິພາບຍິ່ງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments