ໃນວັນທີ 20 ກັນຍາ 2026 ນີ້, ສະພາແຫ່ງຊາດ ຮ່ວມກັບ ສະຖານທູດຈີນ ປະຈຳລາວ ຈັດກິດຈະກຳແຂ່ງຂັນແລ່ນມິນິມາຣາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫລີມສະຫລອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25/4/1961-25/4/2026) ແລະ ລະດົມທຶນຊ່ວຍ ເຫລືອຜູ້ປະສົບໄພທຳມະຊາດ ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮັກສາການແທນປະທານສະພາແຫ່ງຊາດ, ທູດຈີນ ປະຈຳ ລາວ, ບັນດາການນຳ-ອະດີດການນຳຂັ້ນສູງ, ພະນັກງານ-ລັດຖະກອນ ຈາກບັນດາ ກະຊວງ-ອົງການ, ພ້ອມດ້ວຍບັນດາທູດ, ທູຕານຸທູດ, ກົງສູນໃຫຍ່ ແລະ ອົງການຈັດຕັ້ງສາກົນ ປະຈຳ ລາວ ຕະຫລອດຮອດມວນຊົນ ພາຍໃນນະຄອນ ຫລວງວຽງຈັນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ການຈັດງານແລ່ນມິນິມາຣາທອນ ໃນຄັ້ງນີ້ ນອກຈາກເປັນການສະເຫລີມສະຫລອງວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລ້ວ ຍັງເປັນການສົ່ງເສີມການອອກກໍາລັງກາຍ ເພື່ອສຸຂະພາບ, ມິດຕະພາບ, ສ້າງຄວາມສາມັກຄີ ແລະ ສືບຕໍ່ພັດທະນາການອອກກໍາລັງກາຍຂອງກິລາປະເພດນີ້ ທີ່ມີການເຄື່ອນໄຫວຢ່າງກວ້າງຂວາງ, ເປັນການສ້າງ ຂະບວນການກິລາ ສົ່ງເສີມການທ່ອງທ່ຽວລາວ ອີກດ້ວຍ. ພ້ອມນີ້, ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງມິດຕະພາບ ລະຫວ່າງ ສປປ ລາວ ກັບປະເທດເພື່ອນມິດ, ທັງເປັນການ ລະດົມທຶນຊ່ວຍເຫລືອປະຊາຊົນບັນດາຂອງລາວ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ຕື່ມອີກ ຊຶ່ງມີບັນດາຫ້າງຮ້ານ, ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ໄດ້ໃຫ້ການຊ່ວຍ ທັງວັດຖຸ, ອຸປະກອນ ແລະ ທຶນຮອນ ໃຫ້ແກ່ຜູ້ປະສົບໄພດັ່ງກ່າວ.

ກິດຈະກຳແລ່ນມິນິມາລະທອນ ໃນຄັ້ງນີ້, ເປັນອີກໜຶ່ງກິດຈະກຳສຳຄັນ ທີ່ສະພາແຫ່ງຊາດ ຮ່ວມກັບ ສະຖານທູດຈີນ ຈັດຂຶ້ນໃນໂອກາດ ສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ເພື່ອສ້າງມິດຕະພາບອັນເປັນມູນເຊື້ອ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ແລະ ເລິກເຊິ່ງ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ທີ່ໝັ້ນຄົງຕະຫລອດການ. ສາຍພົວພັນ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການເສີມຂະຫຍາຍໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ.
ທ່ານ ກອງແກ້ວ ໄຊສົງຄາມ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະ 35 ປີທີ່ຜ່ານມາ, ການນຳໃຊ້ລັດຖະທຳມະນູນ ເປັນພື້ນຖານໃນການຄຸ້ມຄອງ-ປົກຄອງລັດ ແລະ ສັງຄົມ ດ້ວຍກົດໝາຍ ໄດ້ມີຄວາມຄືບໜ້າຕາມລຳດັບ. ຈຳນວກົດໝາຍ ແລະ ນິຕິກຳຕ່າງໆ ໄດ້ເພີ່ມຂຶ້ນ, ສ້າງເງື່ອນໄຂໃຫ້ການສ້າງລັດຂອງປະຊາຊົນ, ເພື່ອປະຊາຊົນ ແລະ ໂດຍປະຊາຊົນ ໃຫ້ເປັນຮູບປະທຳເທື່ອລະກ້າວ.

