ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 58 ແລະ ກອງປະຊຸມຕ່າງໆ ທີ່ປິ່ນອ້ອມ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ຢູ່ຟີລິບປິນ ເຊິ່ງເປັນປະເທດ ປະທານໝູນວຽນອາຊຽນ. ໂດຍທຸກຝ່າຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການເຊື່ອມໂຍງເຂົ້າກັນ ຂອງເສດຖະກິດພາກພື້ນ, ການຄ້າ ແລະ ການລົງທຶນ, ເສດຖະກິດ ດີຈີຕອນ, ການປະດິດສ້າງໃໝ່, ການພັດທະນາ ແບບຍືນຍົງ ແລະ ຫົວຂໍ້ອື່ນໆ. ກ່ອນໜ້ານີ້, ກະຊວງການຄ້າ ແລະ ອຸດສາຫະກຳ ຟີລິບປິນ ເຊິ່ງເປັນເຈົ້າພາບ ຈັດກອງປະຊຸມຄັ້ງນີ້ ກ່າວວ່າ: ເສດຖະກິດ ອາຊຽນ ໃນປັດຈຸບັນກຳລັງປະເຊີນໜ້າກັບ ການຢຸດສະງັກ ຂອງຕ່ອງໂສ້ການສະໜອງ, ການເມືອງ ໃນພາກພື້ນ ມີຄວາມເຄັ່ງຕຶງ, ການຄ້າມີຂໍ້ຈຳກັດ, ຕະຫລາດທົ່ວໂລກ ມີຄວາມບໍ່ແນ່ນອນ ແລະ ສິ່ງທ້າທາຍຕ່າງໆ. ສະນັ້ນ, ຈະເຮັດແນວໃດ ເພື່ອເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນ ແລະ ຄວາມສາມາດໃນການແຂ່ງຂັນ ຂອງເສດຖະກິດອາຊຽນ ພ້ອມທັງ ເຮັດໃຫ້ເປົ້າໝາຍໄລຍະຍາວຫັນ ເປັນນະໂຍບາຍ ແລະ ໂຄງການທີ່ເປັນຮູບປະທຳແມ່ນຫົວຂໍ້ສຳຄັນ ຂອງການປຶກສາຫາລື ໃນກອງປະຊຸມຄັ້ງນີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

