ວິທະຍຸ ໂທລະພາບສູນກາງຈີນ, ພິທີເປີດສັບປະດາການອອກແບບອຸດສາຫະກໍາຈີນ (ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜ່າຈວ້າງກວາງຊີ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນຜ່ານການອອກແບບ” ໂດຍມີຈຸດປະສົງເພື່ອລົງເລິກການຮ່ວມມື ໃນຂົງເຂດການອອກແບບລະຫວ່າງ ສປ ຈີນ-ອາຊຽນ, ສົ່ງເສີມການເຊື່ອມໂຍງເຂົ້າກັນແບບແມ່ນຢໍາ ລະຫວ່າງອຸດສາຫະກໍາ, ຊຸກຍູ້ການເຊື່ອມໂຍງລະຫວ່າງປັນຍາປະດິດ ແລະ ການອອກແບບອຸດສາຫະກໍາ ໃຫ້ເຂົ້າສູ່ລວງເລິກເພື່ອເພີ່ມຂີດຄວາມສາມາດໃຫ້ແກ່ການພັດທະນາແບບປະດິດສ້າງໃໝ່ຂອງອຸດສາຫະກໍາ. ສັບປະດາຄັ້ງນີ້ຈະດໍາເນີນໄປຮອດ ວັນທີ 21 ກັນຍານີ້ ແລະ ພາຍຫລັງສັບປະດານີ້ສິ້ນສຸດລົງ ຍັງຈະຈັດກິດຈະກໍາຕ່າງໆ ເຊັ່ນ: ກິດຈະກໍາແລກປ່ຽນທາງດ້ານວິຊາການ, ກິດຈະກໍາສໍາຜັດກັບການອອກແບບໃນອະນາຄົດດ້ວຍປັນຍາປະດິດ, ການວາງສະແດງຜົນງານການອອກແບບອຸດສາຫະກໍາດີເດັ່ນໃນງານວາງສະແດງສິນຄ້າຈີນ-ອາຊຽນ ແລະອື່ນໆ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

