Homeຂ່າວຕ່າງປະເທດສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາດ້ານເສດຖະກິດການຄ້າຮອບໃໝ່

ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາດ້ານເສດຖະກິດການຄ້າຮອບໃໝ່

ວິທະຍຸ ໂທລະພາບສູນກາງຈີນ, ອີງ​ຕາມ​ການ​ປະ​ກາດຫລ້າ​ສຸດຈາກກະ​ຊວງ​ການ​ຄ້າ​ຈີນ ​​ປະ​ກາດ​ໃຫ້​ຮູ້ວ່າ: ​ຕາມການຕົກ​ລົງ​ ຂອງ ສປ ​ຈີນ-ສ.ອາ​ເມ​ລິກາ​, ​ທ່ານ​ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ຈະ​ນຳ​ພາ​ຄະ​ນະ​ເດີນ​ທາງ​ໄປ ສ.​ອາ​ເມ​ລິກາ ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​​ດ້ານເສດ​ຖະ​ກິດ​ການ​ຄ້າ​ໃນ​ ລະ​ຫວ່າງ ວັນ​ທີ 19 ຫາ 23 ກັນ​ຍາ​ນີ້. ສອງ​ຝ່າຍ​ຈະ​​ອີງ​ໃສ່​ຄວາມ​ຮັບ​ຮູ້ທີ່​ເປັນ​ເອ​ກະ​ພາບກັນອັນ​ສຳ​ຄັນ ​ລະ​ຫວ່າງ​ປ​ະ​ມຸກ​ລັດ​ສອງ​ປະ​ເທດ ​ເພື່ອດຳ​ເນີນ​ການ​ເຈ​ລະ​ຈາ​ ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ ການ​ຄ້າ​ທີ່​ສອງ​ຝ່າຍສົນ​ໃຈ​ຮ່ວມ​ກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments