ອີງຕາມກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດແຫ່ງ ສປປ ລາວ, ສະບັບ ເລກທີ: 59/ສພຊ, ລົງວັນທີ 26 ທັນວາ 2014 ແລະ ອີງຕາມ ການຕົກລົງເຫັນດີຂອງທາງການ ສປປ ລາວ ແລະ ທາງການ ລາຊະອານາຈັກໄທ. ໃນວັນທີ 17 ກັນຍາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ, ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ມອບຜູ້ຖືກຫາສັນຊາດໄທ ທີ່ກໍ່ອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ຈໍານວນ 129 ຄົນ, ຍິງ 57 ຄົນ ໃຫ້ເຈົ້າໜ້າທີ່ທາງການໄທ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ ຊຶ່ງຜູ້ຖືກຫາຈໍານວນດັ່ງກ່າວ ແມ່ນຖືກເຈົ້າໜ້າທີ່ສະເພາະກິດກະຊວງປ້ອງກັນຄວາມສະຫງົບ ກັກຕົວໄດ້ໃນລະຫວ່າງການເຂົ້າກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 28 ສິງຫາ 2026.

ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນບົດບັນທຶກມອບໂດຍ ທ່ານ ພັທ ແກ່ນຄໍາ ແກ່ນທະວົງ ຫົວໜ້າຕໍາຫລວດກວດຄົນເຂົ້າ- ອອກເມືອງ ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ເຈົ້າໜ້າທີ່ຝ່າຍໄທ ເຊັນຮັບໂດຍ ທ່ານ ພັທ ທິຍາຊະພັດ ຣັງສິພຣາມະນາກຸນ ຮອງຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ຈັງຫວັດໜອງຄາຍ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຕໍ່ກັບບັນຫາດັ່ງກ່າວ, ຖ້າຫາກທ່ານໃດພົບເຫັນການເຄື່ອນໄຫວຂອງກຸ່ມຄົນ ຫລື ບຸກຄົນ ທີ່ອາດເປັນກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ພະນັນອອນລາຍ ສາມາດແຈ້ງໄປຍັງເຈົ້າໜ້າທີ່ ເບີສາຍດ່ວນ 1533 ໄດ້ຕະຫລອດ 24 ຊົ່ວໂມງ.
ຂ່າວ: ຄໍາໂຖ

