Homeຂ່າວຕ່າງປະເທດສສ ຫວຽດນາມ-ສປ ຈີນ ຊຸກຍູ້ການຮ່ວມມື ເສດຖະກິດ-ການຄ້າ-ການເຊື່ອມຕໍ່ຍຸດທະສາດ

ສສ ຫວຽດນາມ-ສປ ຈີນ ຊຸກຍູ້ການຮ່ວມມື ເສດຖະກິດ-ການຄ້າ-ການເຊື່ອມຕໍ່ຍຸດທະສາດ

ວິທະຍຸກະຈ່າຍສຽງຫວຽດນາມ, ​ວັນ​ທີ 16 ກັນ​ຍາ, ຢູ່​ນະ​ຄອນໜານ​ໜິງ, ແຂວງ​ກວາງ​ຊີ ຂອງສປ ຈີນ, ທ່ານ ຟ້າມ​ຢາ​ຕຸກ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານຫວຽດ​ນາມ ໄດ້​​ພົ​ບ​ປະ​ເຈລະ​ຈາ​ກັບ ​ທ່ານ ດິງຊ່ຽວຊຽງ (Ding Xuexiang) ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້ປະ​ຈຳ​ການລັດ​ຖະ​ບານ​ຈີນ. ທີ່​ການ​ພົບ​ປະ ເນື່ອງ​ໃນ​ໂອ​ກາດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ​ພ້ອມ​ກັນ​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ ຈີນ – ອາ​ຊຽນ (CAEXPO) ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າການ​ລົງ​ທຶນ​ຈີນອາ​ຊຽນ(CABIS) ຄັ້ງ​ທີ 23. ຈາກນັ້ນ ທ່​ານ ຟ້າມ​ຢາ​ຕຸກ​ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້ປະ​ຈຳ​ການລັດ​ຖະ​ບານຫວຽດ​ນາມ ໄດ້​ສະ​ເໜີ​ ຈີນ​ສ້າງ​ເງື່ອນ​ໄຂ ​​ທີ່ສະ​ດວກກວ່າ​ ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິກຳຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ ສປ ຈີນ, ສື​ບ​ຕໍ່​ຮ່ວມ​ມື ຢ່າງ​ເລິກ​ເຊິ່ງ​ກ່​ຽວ​ກັບການກັກ​ກັນ​ພະ​ຍາດ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ກຳ​ນົດຫວຽດ​ນາມ ແມ່ນ​ປະ​ເທດ​ເຈົ້າ​ຂອງ ຂອງ​ກິດ​ຈະ​ກຳ “ແບ່ງ​ປັນ​ຕະຫລາດ​ໃຫຍ່-ການ​ສົ່ງ​ອອກ​ຈີນ”ໃນ​ປີ 2027 ໂດຍ​ໄວ. ກ່ຽວ​ຂ້ອງ​ເຖິງ​ການ​ຄ້າ ແລະ ການ​ເຊື່ອມ​ຕໍ່, ຫວຽດ​ນາມ ສະເໜີ​ສ້າງ​ບັນ​ດາ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດຜ່ານ​ຊາຍ​ແດນ​ໂດຍ​ໄວ, ຜັນ​ຂະ​ຫຍາຍ​ຮູບ​ແບບດ່ານ​ຊາຍ​ແດນອັດ​ສະ​ລິ​ຍະ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ແລະ ຍູ້​ແຮງ​ບັນ​ດາ​ໂຄງ​ການ​ອຸ​ປະ​ຖຳ​ໃຫ້​ແກ່ ສສ ຫວຽດ​ນາມ ຢ່າງ​ແຮງກວ່າອີກ. ສ່ວນ​ ທ່ານ Ding Xuexiang ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຜູ້ປະ​ຈຳ​ການ​ລັດ​ຖະ​ບານ​ຈີນ ຢັ້ງ​ຢືນ​ວ່າ ສປ ຈີນ ພ້ອມ​ແລ້ວ​ ທີ່​ຈະ​ຊຸກ​ຍູ້ບັນ​ດາ​​ໂຄງ​ການ​ຮ່ວມ​ມື​ອັນແທ້​ຈິງ​ສືບ​ຕໍ່​ບັນ​ລຸ​ຄວາມ​ຄືບ​ໜ້າ, ຍູ້​ແຮງ​ການ​ສ້າງ​ບັນ​ດາ​ເສັ້ນ​ທາ​ງ​ລົດ​ໄຟ​ບັນ​ລຸ​ມາດ​ຖານ​ເຊື່ອມ​ຈອດ ​ສອງ​ປະ​ເທດ ແລະ ເຊື່ອມ​ຈອດ​ກັບ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ເອີ​ຣົບ ກຽມພ້ອມ​ກັບ ສສ ຫວຽດ​ນາມ ສ້າ​ງ​ລະ​ບົບ​ສະ​ໜອງ, ລະ​ບົບ​ຜະ​ລິດ​ເປັນ​ປົກ​ກະ​ຕິ, ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບດ່ານ​ຊາຍ​ແດນອັດ​ສະ​ລິ​ຍະ ແລະ ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຜ່ານ​ຊາຍ​ແດນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments