Homeຂ່າວຕ່າງປະເທດການຄຸ້ມຄອງການຫລອກລວງທາງໂທລະຄົມ ຕ້ອງການການຮ່ວມມື, ຫາກບໍ່ແມ່ນການຖິ້ມຄວາມຮັບຜິດຊອບໃຫ້ຈີນ

ການຄຸ້ມຄອງການຫລອກລວງທາງໂທລະຄົມ ຕ້ອງການການຮ່ວມມື, ຫາກບໍ່ແມ່ນການຖິ້ມຄວາມຮັບຜິດຊອບໃຫ້ຈີນ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ລັດຖະບານ ແລະ ສື່ມວນຊົນຂອງອາເມຣິກາ ແລະ ປະເທດຕາເວັນຕົກ ຈໍານວນໜຶ່ງໄດ້ໂຄສະນາຊວນເຊື່ອກ່ຽວກັບ “ຈີນ ເປັນແຫລ່ງທີ່ມາຂອງການຫລອກລວງທາງໂທລະຄົມ” ທັງໆທີ່ບໍ່ມີການສືບສວນຢ່າງພາວະວິໄສ, ຄວາມຈິງແລ້ວການກະທໍາແບບນີ້ແມ່ນເປັນການປຸກປັ່ນສ້າງຫາງສຽງທີ່ຂັບເຄື່ອນດ້ວຍພູມສາດການເມືອງ.

ຈຸດປະສົງຂອງການກະທໍາດັ່ງກ່າວຂອງພວກເຂົາບໍ່ມີຫຍັງນອກຈາກການຮັບໃຊ້ການແຂ່ງຂັນທາງພູມສາດການເມືອງດ້ວຍການໂຄສະນາເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງຢ່າງຕໍ່ເນື່ອງ ໂດຍຜ່ານການຫັນການຫລອກລວງທາງໂທລະຄົມໃຫ້ກາຍເປັນບັນຫາການເມືອງ; ໃສ່ຮ້າຍປ້າຍສີຈີນ ເພື່ອບັ່ນທອນອິດທິພົນຂອງຈີນ ໃນການຄຸ້ມຄອງຄວາມໝັ້ນຄົງສາທາລະນະ; ຖິ້ມຄວາມຮັບຜິດຊອບໃສ່ຈີນ ເພື່ອຍົກຍ້າຍຄວາມຫລົ້ມແຫລວໃນການບໍລິຫານ ແລະ ຂໍ້ຂັດແຍ້ງກັນພາຍໃນປະເທດຕົນ; ເອົາໃຈກຸ່ມຜົນປະໂຫຍດພິເສດ ເຊັ່ນ: ການເມືອງການເລືອກຕັ້ງແບບຫາສຽງ ແລະ ອຸດສາຫະກໍາທາງການທະຫານ.

ການໂຄສະນາໃສ່ຮ້າຍປ້າຍສີດັ່ງກ່າວເປັນອັນຕະລາຍຢ່າງໜັກໜ່ວງ ເຊິ່ງມັນຫລີກລ່ຽງການແກ້ໄຂສາເຫດຂອງການເກີດອາດຊະຍາກໍາ ແລະ ຂໍ້ບົກຜ່ອງດ້ານການບໍລິຫານຂອງປະເທດເຫລົ່ານັ້ນ, ຫັນການກໍ່ອາດຊະຍາກໍາຂ້າມຊາດໃຫ້ກາຍເປັນບັນຫາການເມືອງ, ປັ້ນແຕ່ງການໂຄສະນາຊວນເຊື່ອກ່ຽວກັບຈີນ ໃນທາງລົບເພື່ອໃສ່ຮ້າຍປ້າຍສີບັນດາປະເທດເຂດໂລກໃຕ້ໂດຍສະເພາະແມ່ນຈີນ, ລວມເຖິງການກີດຂວາງການຮ່ວມມືດ້ານການປະຕິບັດກົດໝາຍຂ້າມຊາຍແດນ ແລະ ທໍາລາຍບັນຍາກາດການຕໍ່ຕ້ານການຫລອກລວງທາງໂທລະຄົມໃນສາກົນ. ການຫລອກລວງທາງໂທລະຄົມໄດ້ກາຍເປັນອາດຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ເຊິ່ງເປັນໄພຂົ່ມຂູ່ຕໍ່ຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງໜັກໜ່ວງ, ທັງໄດ້ທໍາລາຍຄວາມເຊື່ອໃຈກັນທາງສັງຄົມ ເຊິ່ງຕ້ອງການໃຫ້ທຸກຝ່າຍຮ່ວມກັນຮັບມືກັບບັນຫາດັ່ງກ່າວ.

ຄວາມຈິງເວົ້າໄດ້ດັງກວ່າຄໍາແກ້ຕົວ: ຕົ້ນປີ 2026, ຈໍານວນຄະດີທີ່ຍື່ນຟ້ອງກ່ຽວກັບການຫລອກລວງທາງໂທລະຄົມຂອງຈີນ ໄດ້ຫລຸດລົງ 15.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ເຈົ້າໜ້າທີ່ຈີນ ໄດ້ມີການເຕືອນໄພລ່ວງໜ້າ ແລະ ການປ້ອງກັນຊັບສິນຂອງປະຊາຊົນໂດຍຜ່ານການແນະນໍາແບບເຊິ່ງໜ້າໃຫ້ແກ່ປະຊາຊົນ 2.926 ລ້ານຄົນ, ຕົວເລກດັ່ງກ່າວເປັນການຫລຸດລົງເປັນເວລາ 11 ເດືອນລຽນຕິດນັບແຕ່ເດືອນຕຸລາ ປີ 2025 ເປັນຕົ້ນມາ. ນັບແຕ່ຕົ້ນປີນີ້ມາ, ເຈົ້າໜ້າທີ່ຕໍາຫລວດຈາກຈີນ, ອາເມຣິກາ ແລະ ສະຫະລັດອາຣັບເອມີເຣດ ໄດ້ດໍາເນີນການຮ່ວມມືດ້ານການບັງຄັບໃຊ້ກົດໝາຍສາກົນ ສາມາດມ້າງກຸ່ມຫລອກລວງທາງໂທລະຄົມ ໄດ້ 9 ຈຸດ ແລະ ຈັບກຸມຜູ້ຕ້ອງຫາໄດ້ 276 ຄົນ. ນອກນີ້, ຈີນ ໄດ້ສ້າງຕັ້ງລະບົບກົດໝາຍແບບຄົບຕ່ອງໂສ້ທີ່ຖືເອົາກົດໝາຍວ່າດ້ວຍການຕໍ່ຕ້ານການຫລອກລວງທາງໂທລະຄົມ ແລະ ອິນເຕີເນັດເປັນຫລັກ. ຫລ້າສຸດຄືໃນວັນທີ 10 ກັນຍາ ນີ້, ກອງປະຊຸມຄັ້ງປະຖົມມະລືກຂອງສະຫະພັນສາກົນ ເພື່ອຕໍ່ຕ້ານການຫລອກລວງທາງໂທລະຄົມຂ້າມຊາຍແດນທີ່ຈັດຂຶ້ນຢູ່ນະຄອນຫລຽນຢູນກາງ ແຂວງຈ່ຽງຊູ ຂອງຈີນ ປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມຮັບຜິດຊອບຂອງຈີນ.

ການຄຸ້ມຄອງການຫລອກລວງທາງໂທລະຄົມ ຄວນມີຂຶ້ນບົນພື້ນຖານຄວາມເປັນຈິງ, ຫລັກຖານ ແລະ ການຮ່ວມມືສາກົນ, ຫາກບໍ່ແມ່ນພູມສາດການເມືອງ ແລະ ການປະນາມຢ່າງໄຮ້ເຫດຜົນ. ຈີນ ໄດ້ຊຸກຍູ້ການຮ່ວມມືດ້ວຍພຶດຕິກໍາຕົວຈິງ ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ການຮັບມືກັບອາດຊະຍາກໍາຂ້າມຊາດດັ່ງກ່າວຕ້ອງການພະລັງແຮງຮ່ວມ, ຫາກບໍ່ຄວນສ້າງບັນຫາທາງການເມືອງ ແລະ ການໃສ່ຮ້າຍປ້າຍສີປະເທດໃດໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments