ອົງການຮາໂລທຣາສທ໌ (HALO Trust) ມີພາລະບົດບາດໃນການສຳຫລວດ, ເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ຄວບຄູ່ກັບການໂຄສະນາ-ສຶກສາຄວາມສ່ຽງໄພຈາກ ລບຕ ໃຫ້ແກ່ປະຊາຊົນ ແລະ ນັກຮຽນໃນພື້ນທີ່ສ່ຽງ ເພື່ອຫລຸດຜ່ອນອັນຕະລາຍ ແລະ ສ້າງຄວາມປອດໄພໃຫ້ຊຸມຊົນ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດໂຄງການຢູ່ ສປປ ລາວ ແຕ່ປີ 2012 ເປັນຕົ້ນມາ, ສາມາດເກັບກູ້ ແລະ ທຳລາຍລະເບີດລູກຫວ່ານ ໄດ້ຫລາຍກວ່າ 90.000 ໜ່ວຍ, ໃນເນື້ອທີ່ປະມານ 64.000 ຕາແມັດ.
ທ່ານ ຄຳມະນີ ບຸນເຕີມ ພະນັກງານພົວພັນອາວຸໂສ ຂອງອົງການ HALO Trust ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກັນຍາ 2026 ໃນໂອກາດເຂົ້າຮ່ວມງານວາງສະແດງຜົນງານ ການກວດກູ້ລະເບີດລູກຫວ່ານທີ່ຕົກຄ້າງຢູ່ ສປປ ລາວ ໃນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢູ່ຫໍປະຊຸມແຫ່ງຊາດ ວ່າ: ອົງການ HALO Trust ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການຢູ່ ສປປ ລາວ ແຕ່ປີ 2012 ເປັນຕົ້ນມາ, ມີບົດບາດໃນການສຳຫລວດ, ເກັບກູ້, ທຳລາຍ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບໄພອັນຕະລາຍຈາກລະເບີດຕົກຄ້າງ ໃຫ້ຊຸມຊົນທີມີຄວາມສ່ຽງ ໂດຍສະເພາະ ຢູ່ແຂວງສະຫວັນນະເຂດ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານເກັບກູ້ ລບຕ ກວມເອົາ 13 ເມືອງ ແລະ 1 ນະຄອນ, ສາມາດເກັບກູ້ ແລະ ທຳລາຍລະເບີດລູກຫວ່ານໄດ້ຫລາຍກວ່າ 90.000 ໜ່ວຍ, ໃນເນື້ອທີ່ເກັບກູ້ປະມານ 64.000 ຕາແມັດ. ແນວໃດກໍຕາມ, ຢູ່ໃນຫລາຍພື້ນທີ່ຂອງແຂວງ ຍັງມີເຂດທີ່ຖືກຈັດເປັນພື້ນທີ່ສີແດງ ຫລື ເຂດທີ່ຢືນຢັນວ່າມີອັນຕະລາຍຈາກ ລບຕ ແລະ ຍັງຈຳເປັນຕ້ອງສືບຕໍ່ເຂົ້າໄປດຳເນີນການແກ້ໄຂ.

ນອກຈາກວຽກງານເກັບກູ້ ແລະ ທຳລາຍ ລບຕ ແລ້ວ, HALO Trust ຍັງໃຫ້ຄວາມສຳຄັນຕໍ່ການສ້າງຄວາມຕື່ນຕົວໃນຊຸມຊົນ ໂດຍສົ່ງທີມງານລົງໄປເຜີຍແຜ່ຂໍ້ມູນ ແລະ ຄວາມຮູ້ກ່ຽວກັບຮູບຮ່າງ-ລັກສະນະຂອງວັດຖຸຕ້ອງສົງໄສ, ພ້ອມທັງແນະນຳວິທີປະພຶດຕົນໃຫ້ປອດໄພ ໃຫ້ແກ່ປະຊາຊົນ ແລະ ນັກຮຽນຕາມໂຮງຮຽນໃນເຂດທີ່ມີຄວາມສ່ຽງ ລບຕ.
ໂອກາດນີ້, ທ່ານ ຄຳມະນີ ບຸນເຕີມ ຍັງໄດ້ຝາກເຖິງປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ໃຫ້ເພີ່ມຄວາມລະມັດລະວັງ ຫາກພົບເຫັນລະເບີດ ຫລື ວັດຖຸຕ້ອງສົງໄສ ບໍ່ຄວນແຕະຕ້ອງ ຫລື ເຄື່ອນຍ້າຍເອງ, ແຕ່ໃຫ້ຮີບຮ້ອນແຈ້ງຫາອຳນາດການປົກຄອງບ້ານ, ເມືອງ, ແຂວງ ຫລື ໂທຫາສາຍດ່ວນ 1603 ເພື່ອໃຫ້ເຈົ້າໜ້າທີ່ຜູ້ຊ່ຽວຊານເຂົ້າໄປກວດສອບ ແລະ ດໍາເນີນການກວດກູ້ ແລະ ທຳລາຍ ຢ່າງປອດໄພ.

